2. ກ່ອນອື່ນຂໍໂທດທ່ານທີ່ລົບກວນເວລາ ຂ້າພະເຈົ້າມີອາການເຈັບຫົວຮຸນແຮງ ຜິດປົກກະຕິ ເວເລາກິນເຫຼົ້າ(ບໍ່ແມ່ນກິນຈົນເມົາ ປະມານ3-4 ຈອກ). ບາງຄັ້ງບໍ່ໄດ້ກິນເຫຼົ້າແຕ່ກໍ່ເຈັບເໝືອນກັນ ອາການມີລັກສະນະວິນຫົວ ແຕ່ບໍ່ປວດຮາກ ເວລາຍ່າງຄືຊິລົ້ມ ອາການມັກເກີດ ເວລາອາກາດແດດໝົກເຖົ່າ. ຂ້າພະເຈົ້າຢາກຮູ້ວ່າ ຮ່າງກາຍຜິດປົກະຕິ ຫຼືມີພະຍາດຫຍັງບໍ? ຫຼືວ່າເປັນເນື້ອງອກໃນສະໝອງ? ຂໍໃຫ້ທ່ານໝໍ ຊ່ວຍອະທິບາຍ ແລະໃຫ້ຄຳແນະນຳແກ່ຂ້າພະເຈົ້າດ້ວຍ. ຂໍຂອບໃຈ !
3. ຂ້າພະເຈົ້າມັກຈະເປັນລົງຂາວ ສີຂຽວຂຸ້ນ ຄືສີນ້ຳມູກ ເວລາໄປເບົາອອກຢາງເເຮງ ຂ້າພະເຈົ້າ ເປັນກັງວົນວ່າ ຈະເປັນພະຍາດ ເພາະວ່າຂ້າພະເຈົ້າຍັງໂສດ
4. ຕາຂອງຂ້ອຍຕັ້ງແຕ່ເກີດມາ ເຄື່ອນໄຫວຕະຫຼອດເວລາ ແລະ ບໍ່ສາມາດຢຸດໄດ້ ຊຶ່ງພາໃຫ້ຂ້ອຍເປັນສາຍຕາສັ້ນ. ດຽວນີ້ຂ້ອຍບໍ່ສາມາດອ່ານໜັງສືພິມ. ທ່ານມີວິທີໃດບໍ່ ທີ່ຊ່ວຍໃຫ້ຂ້ອຍສາມາດອ່ານໄດ້ງ່າຍຂຶ້ນ.
2. ແມ່ຍິງທີ່ກຳລັງຖືພາ ແລະ ລ້ຽງລູກດ້ວຍນົມແມ່ ສາມາດຮັບວັກຊີນປ້ອງກັນ ໄຂ້ຫວັດສັດປີກ ໄດ້ບໍ່?