| |
|
|
ກົດໝາຍ + ລະບຽບການ
 | ນະໂຍບາຍແຫ່ງຊາດ ວ່າດ້ວຍ ການປະເມີນຜົນກະທົບຕໍ່ສຸຂະພາບ ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ບັນຫາທີ່ຫຼີກລ້ຽງບໍ່ໄດ້ກໍ່ຄື ບັນຫາສິ່ງເແວດລ້ອມ ແລະ ບັນຫາສັງຄົມ ເພາະການພັດທະນາ ເສດຖະກິດ-ສັງຄົມ ຈຳເປັນຕ້ອງໄດ້ນຳໃຊ້ຊັບພະຍາກອນ ທຳມະຊາດ ແລະ ຊັບພະຍາກອນມະນຸດ ມາຮັບໃຊ້ ໃນການພັດທະນາ ແລະ ໃນຂະບວນການພັດທະນາ ຈະຕ້ອງມີການກະທົບ ໃສ່ສຸຂະພາບຂອງຄົນ.
|
 | ນະໂຍບາຍແຫ່ງຊາດ ດ້ານຢາ (ສະບັບປັບປຸງ) ນະໂຍບາຍແຫ່ງຊາດ ດ້ານຢາ ແມ່ນ ສ່ວນໜຶ່ງຂອງນະໂຍບາຍ ຂອງຂະແໜງ ສາທາລະນະສຸກ ຊຶ່ງມີຈຸດປະສົງ ແນໃສ່ເຮັດໃຫ້ປະຊາຊົນ ບັນດາຊົນຊາດຊົນເຜົ່າ ແລະ ທຸກເພດໄວ ໄດ້ຮັບຄວາມສະເໝີພາບ ໃນການເຂົ້າໄປເຖິງ ການບໍລິການ ຮັກສາສຸຂະພາບ ຢ່າງທົ່ວເຖິງ ແລະ ປອດໄພ.
|
 | ນະໂຍບາຍຄວບຄຸມຢາສູບ ຢູ່ ສ.ປ.ປ ລາວ 2001 ປຶ້ມຫົວນີ້ແມ່ນໄດ້ເວົ້າເຖິງຢາສູບເຊິ່ງຈະນຳໄປສູ່ການທຳລາຍ ສຸຂະພາບ ແລະ ການເສຍຊີວິດ, ບໍ່ສະເພາະສຳລັບຜູ້ສູບຢາເທົ່ານັ້ນ ແຕ່ຜູ້ບໍ່ສູບຢາຢູ່ຂ້າງຄຽງ ກໍ່ຈະໄດ້ຮັບຜົນກະທົບ ອັນບໍ່ດີໄປພ້ອມກັນ. ກະຊວງສາທາລະນະສຸກ ໄດ້ອະນຸມັດ ການສ້າງນະໂຍບາຍ ຄວບຄຸມຢາສູບ ລະດັບຊາດ ເຊິ່ງລວມມີ 9 ຂໍ້ທີ່ໄດ້ປະກອບເຂົ້າໃນປຶ້ມຫົວນີ້ ເພື່ອເຮັດໃຫ້ການຄວບຄຸມຢາສູບ ໄດ້ມີການຈັດຕັ້ງ ປະຕິບັດເປັນຢ່າງດີ ຢູ່ໃນ ສ.ປ.ປ ລາວ.
|
 | ນະໂຍບາຍ ຮັກສາສຸຂະພາບຂັ້ນຕົ້ນ (ຮສຂ) ກະຊວງສາທາລະນະສຸກ ໄດ້ກຳນົດນະໂຍບາຍ ຮສຂ ເພື່ອເປັນທິດທາງຊີ້ນຳ ການຈັດຕັ້ງປະຕິບັດ ວຽກງານຮັກສາສຸຂະພາບ ຢູ່ຂັ້ນຮາກຖານ. ນະໂຍບາຍນີ້ ໄດ້ກຳນົດ ໂດຍອີງໃສ່ ສະພາບຈຸດພິເສດດ້ານທີ່ຕັ້ງພູມສາດ, ການຄົມມະນາຄົມ ແລະ ດ້ານປະຊາກອນ, ລວມທັງບົດຮຽນ ແລະ ມູນເຊື້ອທີ່ຜ່ານມາ ເພື່ອປັງປຸງ ເຮັດໃຫ້ຕາໜ່າງບໍລິການດ້ານສຸຂະພາບ ຂະຫຍາຍໄປທົ່ວເຖິງ ແລະ ສອດຄ່ອງ ກັບສະພາບຕົວຈິງຂອງປະເທດລາວ ແລະ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ອັນຈຳເປັນ ຂອງປະຊາຊົນບັນດາເຜົ່າ.
|
 | ນະໂຍບາຍ ສຸຂະພາບຈະເລີນພັນ ນະໂຍບາຍ ດ້ານສຸຂະພາບຈະເລີນພັນ ມີຄວາມມຸ້ງໝາຍ ເພື່ອປະກອບສ່ວນ ໃຫ້ບັນລຸເປົ້າໝາຍ ໃນການປັບປຸງຄຸນນະພາບ ຊິວິດ ຂອງປະຊາຊົນ ແລະ ຄວາມຍືນຍົງ ຂອງຍຸດທະສາດແຫ່ງຊາດ ເພື່ອການພັດທະນາ ເມື່ອຮອດປີ 2020.
|
 | ຂໍ້ຕົກລົງວ່າດ້ວຍການພິມຄຳເຕືອນກ່ຽວກັບສຸຂະພາບ ໃສ່ຊອງ ແລະ ຕຸດຢາສູບ ຂໍ້ຕົກລົງວ່າດ້ວຍການພິມຄຳເຕືອນ ກ່ຽວກັບສຸຂະພາບໃສ່ຊອງ ແລະ ຕຸດຢາສູບ ສະບັບນີ້ ປະກອບດ້ວຍ 6 ໝວດ ແລະ 15 ມາດຕາ ໂດຍມີລາຍລະອຽດ ເພື່ອເປັນແນວທາງ ໃນການຈັດຕັ້ງປະຕິບັດ ການຂຽນຄຳເຕືອນກ່ຽວກັບ ສຸຂະພາບໃສ່ຊອງ ແລະ ຕຸດຢາສູບ ໃຫ້ແກ່ ບໍລິສັດຢາສູບ ຫຼື ອຸດສາຫະກຳຢາສູບ ລວມທັງຜະລິດຕະພັນພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ.
|
 | ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງມາດຕະຖານຄຸນນະພາບນ້ຳດື່ມ ແລະ ນ້ຳໃຊ້ໃນຄົວເຮືອນ ຂໍ້ຕົກລົງສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ, ມາດຕະຖານ ແລະ ມາດຕະການ ຕ່າງໆ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ການຄຸ້ມຄອງ, ເຝົ້າລະວັງ, ຕິດຕາມກວດກາ ແລະ ຄວບຄຸມຄຸນນະພາບນ້ຳດື່ມ ແລະ ນ້ຳໃຊ້ໃນຄົວເຮືອນ ແລະ ສະຖານທີ່ບໍລິການອື່ນໆ ເພື່ອຄຸ້ມຄອງ ແລະ ສົ່ງເສີມ ຜູ້ບໍລິໂພກ ໃຫ້ມີນ້ຳດື່ມ, ນ້ຳໃຊ້ທີ່ສະອາດ ແລະ ປອດໄພ.
|
 | ຂໍ້ກຳນົດວ່າດ້ວຍການອະນາໄມ ສະຖານທີ່ ສາທາລະນະ ຈຸດປະສົງເພື່ອຄຸ້ມຄອງ, ກວດກາການອະນາໄມສະຖານທີ່ສາທາລະນະ ໃຫ້ໄດ້ຕາມ ມາດຕະຖານຂອງຫຼັກການອະນາໄມ, ເພື່ອຮັບປະກັນ ຄວາມປອດໄພຕໍ່ສຸຂະພາບ ຂອງປະຊາຊົນ ທາງດ້ານຮ່າງກາຍ ແລະ ຈິດໃຈ, ຊຸກຍູ້ສົ່ງເສີມການອະນາໄມ ແລະ ຮັກສາສຸຂະພາບ.
|
 | ຂໍ້ກຳນົດ ວ່າດ້ວຍ ຮ້ານຂາຍຍ່ອຍຢາ ເພື່ອໃຫ້ການເຄື່ອນໄຫວ ຂອງຮ້ານຂາຍຢາ ມີຄວາມເປັນລະບຽບຮຽນຮ້ອຍ ໃນການດຳເນີນທຸລະກິດ ໃຫ້ຖືກຕ້ອງ ຕາມກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 01/ພພຊ, ລົງວັນທີ 8 ເມສາ 2000 ແລະ ຫຼັກການວິຊາສະເພາະ ແນໃສ່ຮັບປະກັນ ການບໍລິການດ້ານຢາ-ອຸປະກອນການແພດ ໃຫ້ມີຄຸນນະພາບ, ປະສິດທິພາບ, ຄວາມປອດໄພ ແລະ ເປັນທຳແກ່ຜູ້ບໍລິໂພກ.
|
 | ຂໍ້ກຳນົດ ວ່າດ້ວຍ ການຮັກສາສຸຂະພາບ ແມ່ ແລະ ເດັກ ຈຸດປະສົງເພື່ອຄຸ້ມຄອງ ກວດກາ ແລະ ສົ່ງເສີມວຽກງານ ຮັກສາສຸຂະພາບ ແມ່ ແລະ ເດັກ ໃຫ້ມີປະສິດທິຜົນ ແນໃສ່ ເພື່ອເຮັດໃຫ້ແມ່ຍິງທັງໝົດ ມີສຸຂະພາບແຂງເຮງດີ ກຽມພ້ອມທີ່ຈະເປັນແມ່, ເພື່ອເຮັດໃຫ້ເດັກ ມີສຸຂະພາບແຂງເຮງ, ສົມບູນ ມີການພັດທະນາການດີ ຕາມໄວອາຍຸ, ມີຄວາມປອດໄພທັງຮ່າງກາຍ ແລະ ຈິດໃຈ, ເພື່ອຫຼຸດຜ່ອນ ອັດຕາການຕາຍ ຂອງແມ່ ແລະ ເດັກ.
|
 | ກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນແຫຼ່ງນ້ຳ ກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນແຫຼ່ງນ້ຳ ກຳນົດຫຼັກການ, ລະບຽບການ ແລະມາດຕະການຕ່າງໆທີ່ຈຳເປັນ ກ່ຽວກັບການຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້, ພັດທະນານ້ຳ ແລະ ຊັບພະຍາກອນແຫຼ່ງນ້ຳ ຢູ່ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
|
 | ກົດໝາຍ ວ່າດ້ວຍການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ກົດໝາຍວ່າດ້ວຍການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ມີໜ້າທີ່ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານ ອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເພື່ອເຮັດໃຫ້ ພົນລະເມືອງ ມີສຸຂະພາບສົມບູນ, ມີຄຸນນະພາບຊີວິດທີ່ດີ ແລະ ມີອາຍຸຍືນ ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
|
 | ກົດໝາຍ ວ່າດ້ວຍການປິ່ນປົວ ກົດໝາຍວ່າດ້ວຍການປິ່ນປົວ ກຳນົດ ຫຼັການ, ລະບຽບການ ແລະ ມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາ ວຽກງານປິ່ນປົວ ເພື່ອຮັບປະກັນ ໃຫ້ທຸກຄົນໃນຄອບຄົວ ແລະ ຊຸມຊົນ ໄດ້ຮັບການບໍລິການ ປິ່ນປົວຢ່າງ ສະເໝີພາບ, ທົ່ວເຖິງ, ຍຸຕິທຳ ແລະ ມີຄຸນນະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງຜູ້ປະກອບ ວິຊາຊີບປິ່ນປົວ ແນໃສ່ພັດທະນາ ການບໍລິການ ປິ່ນປົວໃຫ້ນັບມື້ນັບທັນສະໄໝ ເຮັດໃຫ້ພົນລະເມືອງທຸກຄົນ ມີສຸຂະພາບແຂງເຮງດີ.
|
|
|
|