ວັນທີ : 07-01-2009
ເວລາ : 02:42:02
ພາສາ
 
    ບໍ່ຄວນຊື້ຂະໜົມ, ນົມ ຫຼື ນົມຝຸ່ນ ຜະລິດໂດຍ Mengnui Diary Group ແລະ Yili Industrial Company ຂອງປະເທດຈີນ  
 
     
 
 
 
 
ຊອກຫາແບບພິເສດ
     
 
     
 
 
 
ປະຈຳເດືອນແມ່ນຫຍັງ ? Print Article Send to friend ຖືກອ່ານ 1572 ຄັ້ງ
ປະຈຳເດືອນ ຫຼືລະດູ ຄືການມີເລືອດອອກຈາກມົດລູກ ຜ່ານອອກ ມາທາງຊ່ອງຄອດ ທຸກໆເດືອນ ຫຼື ທີ່ເຮົາເອີ້ນວ່າ: "ຮອບເດືອນ" ເລືອດທີ່ອອກມານີ້ເກີດຈາກການທີ່ໄຂ່ທີ່ຕົກບໍ່ຖືກປະຕິສົນທິກັບຕົວອະສຸຈິຈິ່ງສະຫຼາຍຕົວອອກມາພ້ອມກັບການ ຫຼຸດລອກຂອງເຍື່ອຫຸ້ມມົດລູກຊັ້ນໃນ ບໍ່ແມ່ນເລືອດເປື້ອນ ຫຼື ເລືອດຈາກຮ່າງກາຍ ສ່ວນອື່ນແຕ່ຢ່າງໃດ.

ປະຈຳເດືອນຄັ້ງທຳອິດໃນໄວສາວ ຈະເລີ່ມເມື່ອອາຍຸ ປະມານ 11-15 ປີ, ການມີປະຈຳເດືອນຄັ້ງທຳອິດຊ້າ ຫຼືໄວ ຂື້ນຢູ່ກັບ ພັດທະນາການຂອງສະໝອງ, ກຳມະພັນ ສຸຂະພາບທາງດ້ານຮ່າງກາຍ ແລະຈິດໃຈ ຂອງແຕ່ລະຄົນ.

ການນັບປະຈຳເດືອນ:
ຈະເລີ່ມນັບຕັ້ງແຕ່ວັນທຳອິດ ຂອງການມີປະຈຳເດືອນຈົນຮອດວັນກ່ອນທີ່ປະຈຳເດືອນຄັ້ງຕໍ່ໄປຈະເລີ່ມຂຶ້ນ, ໄລຍະເວລາຂອງ ຮອບເດືອນປົກກະຕິຈະປະມານ 28-30 ວັນ, ແຕ່ອາດປ່ຽນແປງໄດ້ຕາມສະພາບຮ່າງກາຍ, ອາລົມ ແລະ ສະພາບແວດ ລ້ອມ,ໂດຍບາງຄົນອາດຈະດົນ ຫຼື ສັ້ນ ກວ່ານີ້ກໍໄດ້.




ການຮັກສາອານະໄມ ເວລາເປັນປະຈຳເດືອນ
  • ໝັ່ນປ່ຽນຜ້າອະນາໄມຢູ່ສະເໝີ ວັນລະປະມານ 4 ຄັ້ງຄື: ເຊົ້າ, ສວຍ, ແລງ ແລະ ກ່ອນນອນ, ເພາະຫາກບໍ່ໝັ່ນ ປ່ຽນຜ້າອະນາໄມ ມັນຈະມີກິ່ນເໝັນ ແລະ ອາດມີການຊືມເຊື້ອໄດ້(ທຸກຄັ້ງຄວນລ້າງ ບໍ່ເຊັດໃຫ້ແຫ້ງ).
  • ຊັກສົ້ງຊ້ອນໃຫ້ສະອາດ ແລະຕາກແດດໃຫ້ແຫ້ງ (ບໍ່ຄວນຕາກໄວ້ໃນ ຫ້ອງນ້ຳ ຫຼື ບ່ອນທີ່ລີ້ລັບຈາກແສງແດດເພາະ ຈະເຮັດໃຫ້ມີການອັບຊື້ນ ແລະ ເຮັດໃຫ້ມີເຊື້ອເຫັດໄດ້).
  • ອອກກຳລັງກາຍພໍປະມານ ແຕ່ບໍ່ຄວນ ອອກກຳລັງກາຍໜັກໆ ຫຼື ການເຮັດວຽກທີ່ໃຊ້ແຮງຫຼາຍເກີນໄປ.
  • ຄວນດື່ມນ້ຳອຸ່ນທີ່ສະອາດໃຫ້ພຽງພໍ.
  • ພັກຜ່ອນນອນໃຫ້ລັບ ໂດຍບໍ່ຕ້ອງວິຕົກກັງວົນຫຼາຍ.


ຂໍ້ມູນ - 2006-08-24
   
    ສະໜັບສະໜູນໂດຍ: ບັນດາເພື່ອນຮ່ວມງານ ໃນຂະແໜງນ້ຳ ແລະ ສຸຂະອະນາໄມ.
© 2006-2007 ສະຫງວນລິຂະສິດໂດຍ: ສ.ອ.ນ, ສປປລາວ.
ອອກແບບ, ພັດທະນາ ແລະ ບຳລຸງຮັກສາໂດຍ: Cyberia - ວຽງຈັນ, ສປປລາວ.