ວັນທີ : 06-01-2009
ເວລາ : 21:55:07
ພາສາ
 
    ບໍ່ຄວນຊື້ຂະໜົມ, ນົມ ຫຼື ນົມຝຸ່ນ ຜະລິດໂດຍ Mengnui Diary Group ແລະ Yili Industrial Company ຂອງປະເທດຈີນ  
 
     
 
 
 
 
ຊອກຫາແບບພິເສດ
     
 
     
 
 
 
ກະຊວງສາທາລະນະສຸກ Print Article Send to friend ຖືກອ່ານ 4128 ຄັ້ງ

ເບິ່ງຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມອະນາໄມ-ກັນພະຍາດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສຳນັກງານນາຍົກລັດຖະມົນຕີ

ເລກທີ່ 020/ນຍ
ວຽງຈັນ, ວັນທີ່ 19/3/1999


ດຳລັດ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ
ຂອງ ກະຊວງສາທາລະນະສຸກ

ອິງຕາມ: ລັດຖະທຳມະນູນແຫ່ງ ສປປລາວ ສະບັບ ວັນທີ່ 15 ສິງຫາ 1991
ອິງຕາມ: ກົດຫມາຍວ່າດວ້ຍ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ່ 01/95 ລົງວັນທີ່ 8/3/95
ອິງຕາມ: ການຄົ້ນຄ້ວາເປັນເອກະພາບ ລະຫວ່າງ ຄະນະປັບປຸງກົງຈັກ ລັດຖະບານ ກັບ ຄະນະປັບ ປຸງກົງຈັກ ຂອງ ກະຊວສາທາລະນະສຸກ ຄັ້ງວັນທີ່ 19/3/1999


ນາຍົກລັດຖະມົນຕີ ອອກດຳລັດ

ຫມວດທີ່ I
ວ່າດ້ວຍ ທີ່ຕັ້ງ ແລະ ພາລະບົດບາດ

ມາດຕາ1: ກະຊວງສາທາລະນະສຸກ ແມ່ນອົງການຈັດຕັ້ງຄຸ້ມຄອງລັດ ຂັ້ນສູນກາງໃນກົງຈັກ ລັດຖະບານ ມີພາລະ ບົດບາດໃນການຄຸ້ມຄອງມະຫາພາກ ດ້ານສາທາລະນະສຸກ ໃນຂອບເຂດທົ່ວປະເທດ ແນ່ໃສ່ການບໍລິການ ດ້ານການແພດ ແລະ ສາທາລະນະສຸກໃຫ້ປະຊາຊົນເຜົ່າຕ່າງໆນັບມື້ນັບທົ່ວເຖິງ ແລະ ມີຄຸນນະພາບດີຂື້ນ. ສຶກສາອົບຮົມພະນັກງານ ສາທາລະນະສຸກໃນທົ່ວປະເທດໃຫ້ມີຄຸນສົມບັດ, ມີສິນທຳ, ມີມະນຸດສະທຳ ແລະ ສັນຍາທຳຂອງ ແພດໃນ ການຮັບໃຊ້ປະຊາຊົນ.
ກະຊວງສາທາລະນະສຸກ ມີຄວມຮັບຜິດຊອບ ໃນການຈັດຕັ້ງປະຕິບັດຫນ້າທີ່ ແລະ ຂອບເຂດສິດໃນການຄຸ້ມຄອງບໍລິຫານລັດ ຕາມ ກົດຫມາຍ ວ່າດ້ວຍ ລັດຖະບານແຫ່ງ ສປປລາວ ສະບັບເລກທີ່ 01/95 ລົງວັນທີ່ 8/3/1995.

ຫມວດທີ່ II
ວ່າດວ້ຍຫນ້າທີ່ ແລະ ຂອບເຂດສິດ

ມາດຕາ 2: ວ່າດ້ວຍ ຫນ້າທີ່ຂອງ ກະຊວງສາທາລະນະສຸກ
2.1. ຄົ້ນຄ້ວາ ຜັນຂະຫຍາຍແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ ໃຫ້ກາຍເປັນນະໂຍບາຍ, ຍຸດທະສາດ, ແຜນງານ, ແຜນການ, ແລະ ໂຄງ ການພັດທະນາສາທາລະນະສຸກ ໃນແຕ່ລະໄລຍະ ແລະ ຊີ້ນຳຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.
2.2. ສ້າງບັນດາ ຂໍ້ກຳນົດ, ກົດລະບຽບ ແລະ ກົດຫມາຍ ເພື່ອຄຸ້ມຄອງການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຂະແຫນງການ ສາທາລະນະສຸກ. ພ້ອມທັງ ຕິດຕາມກວດກາ ການປະຕິບັດ ລະບຽບກົດຫມາຍທີ່ວາງອອກ.
2.3. ສະຫລູບຕີລາຄາ ການປະຕິບັດແຜນການ, ວິໄຈລະບົບສາທາລະນະສຸກ ໃຫ້ເຫັນຜົນກະທົບທາງດ້ານຕັ້ງຫນ້າ ເພື່ອສົ່ງເສີມຜັນຂະຫຍາຍ ແລະ ດ້ານ ຫຍໍ້ທໍ້ ເພື່ອດັດແປງແກ້ໄຂ ໃຫ້ທັນເວລາ. ສັງລວມຂໍ້ມູນ ສະຖິຕິດ້ານ ສາທາລະນະສຸກ ແລະ ການແພດ ເພື່ອປະກາດໃຊ້ເປັນທາງການ.
2.4. ສ້າງ ແລະ ປັບປຸງຕາຫນ່າງ ສາທາລະນະສຸກ ໃນຂອບເຂດທົ່ວປະເທດ, ສົ່ງເສີມການຄົ້ນຄວ້າ, ເຜີຍແຜ່ ແລະ ນຳໃຊ້ຜົນສຳເລັດ ດ້ານວິທະຍາສາດ ແລະ ເຕັກໂນໂລຍີພາຍໃນ ແລະ ຕ່າງປະເທດ ເພື່ອເປັນພື້ນຖານຊຸກຍູ້ວຽກງານ ອະນາໄມ ກັນພະຍາດ, ປິ່ນປົວ ພື້ນຟູຫນ້າທີ່ການ ແລະ ການສົ່ງເສີມສຸ ຂະພາບ ຂອງ ປະຊາຊົນລາວໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ.
2.5. ຊຸກຍູ້ ແລະ ສ້າງເງື່ອນໄຂ ເພື່ອອຳນວຍຄວາມສະດວກ ໃຫ້ບັນດາອົງການຈັດຕັ້ງ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຕາມລະບົບ ສາຍຕັ້ງ ລວມທັງຫົວຫນ່ວຍບໍລິຫານ ແລະ ບໍລິການດ້ານການແພດ, ການຢາ ທັງຂອງລັດ ແລະ ເອກະຊົນ ໃຫ້ປະຕິບັດພາລະຫນ້າທີ່ຂອງຕົນ ຢ່າງຖືກ ຕ້ອງຕາມລະບຽບກົດຫມາຍ.
2.6. ຕິດຕາມ ແລະ ກວດກາບັນດາອົງການຈັດຕັ້ງ ສາທາລະນະສຸກ ຢູ່ທຸກໆ ຂັ້ນກ່ຽວກັບປະສິດທິພາບຂອງ ການປະຕິບັດງານ, ຈຸດດີ, ຈຸດອອ່ນ ໃນການ ຄຸ້ມຄອງ ງົບປະມານ, ການຄຸ້ມຄອງພື້ນຖານວັດຖຸ ເຕັກນິກ, ການນຳໃຊ້ແຮງງານ ແລະ ບັນຫາອື່ນໆ ບົນພື້ນຖານລະບຽບກົດຫມາຍ ແລະ ກຳນົດຫມາຍ ເສດຖະກິດ-ເຕັກນິກ ທີ່ລັດຖະບານວາງອອກ.
2.7.ສຶກສາອົບຮົມ, ບຳລຸງ, ກໍ່ສ້າງ, ຊັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ ພະນັກງານ ຢ່າງຖືກຕ້ອງ ຕາມນະໂຍບາຍທີ່ພັກ ແລະ ລັດຖະບານ ໄດ້ປະກາດໃຊ້.
2.8. ຄົ້ນຄວາ ແລະ ປະກາດ ໃຊ້ລະບອບ ແບບແຜນວິທີເຮັດວຽກຂອງກະຊວງ,  ລະບຽບການຄຸ້ມຄອງດ້ານຕ່າງໆ ລວມທັງໂຄງປະກອບການຈັດຕັ້ງແລະ ການກຳນົດຈຳນວນພົນຂອງ ຂະແຫນງການ ສາທາລະນະສຸກ.
2.9. ຕິດຕໍ່ພົວພັນກັບ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອຍາດແຍງການຊ່ວຍເຫລືອ ແລະ ການຮວ່ມມື ມາສະຫນັບ ສະຫນູນ ການພັດ ທະນາ ຂະແຫນງການ ສາທາລະນະສຸກ ບົນພື້ນຖານຫລັກການ ແລະ ລະບຽບການທີ່ລັດຖະບານ ໄດ້ວາງອອກ .

ມາດຕາ 3: ວ່າດ້ວຍ ຂອບເຂດສິດຂອງ ກະຊວງສາທາລະນະສຸກ
3.1. ມີສິດ ສ້າງຕັ້ງ ແລະ ລົບລ້າງການຈັດຕັ້ງຂັ້ນຕ່າງໆ ທີ່ຂື້ນກັບການຄຸ້ມຄອງຂອງ ກະຊວງສາທາລະນະສຸກ.
3.2. ມີສິດ ແຕ່ງຕັ້ງ, ເລື່ອນຊັ້ນ, ຍົກຍ້າຍຫນ້າທີ່, ປົດຕຳແຫນ່ງ, ໃສ່ວິໄນ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກງານຂັ້ນຕ່າງໆ ທີ່ ກະຊວງສາທານະສຸກ ຄຸ້ມ ຄອງ ສ່ວນ ກໍລະນີຢູ່ທອ້ງຖິ່ນ ຕ້ອງປືກສາຫາລືກັບ ເຈົ້າແຂວງ ແລະ ເຈົ້າເມືອງເສຍກ່ອນ .
3.3. ມີສິດ ອະນຸມັດ ໃຫ້ສ້າງຕັ້ງບັນດາຫົວຫນ່ວຍບໍລິການ ດ້ານການແພດ ແລະ ການຢາຂອງລັດ, ຂອງລວມຫມູ່ ແລະ ຂອງເອກະຊົນ ຕາມຂໍ້ກຳນົດຂອງ  ກະຊວງສາທາລະນະສຸກ ທີ່ໄດ້ປະກາດໃຊ້.
3.4. ມີສິດກວດກາ ແລະ ກວດການວຽກງານຕ່າງໆທີ່ກຳນົດໄວ້ໃນພາລະບົດບາດ ແລະ ຫນ້າທີ່ຂອງກະຊວງສາທາລະນະສຸກ
3.5. ມີສິດ ປະກາດໃຊ້ຂໍ້ກຳນົດ, ກົດລະບຽບ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ກ່ຽວກັບບັນຫາທີ່ນອນໃນພາລະບົດບາດ ແລະ ຫນ້າທີຂອງ ກະຊວງສາ ທາລະນະສຸກ.
3.6. ມີສິດ ຮຽກໂຮມພະນັກງານນຳພາ ແລະ ຄຸ້ມຄອງສາທາລະນະສຸກຂັ້ນຕ່າງໆ ມາປະຊຸມຫລືສອ່ງແສງວຽກງານ, ອະນຸດມັດໃຫ້ບັນດາສະຖາບັນ, ກົມ ກອງວິຊາການ ຈັດຊຸດອົບຮົມ ຫລື ສຳມະນາວິຊາການ ໃນແຕ່ລະໄລຍະ.
3.7. ມີສິດ ສ້າງແຜນການລາຍຮັບ ແລະ ລາຍຈ່າຍ ງົບປະມານການເງິນ ຂອງ ກະຊວງສາທາລະນະສຸກ ຕາມແຜນການທີ່ ລັດຖະບານໄດ້ອະນຸມັດ.
3.8. ມີສິດແຕ່ງຕັ້ງແລະລົບລ້າງຄະນະກຳມະການ,ຄະນະຮັບຜິດຊອບໂຄງການຕ່າງໆເພື່ອປະຕິບັດຫນ້າທີ່ສະເພາະໄດຫນຶ່ງ ຕາມຄວາມຮຽກຮ້ອງຕ້ອງ ການ ຂອງວຽກງານ ແລະຕາມການມອບຫມາຍຂອງກະຊວງ
3.9. ມີສິດ ຕິດຕໍ່ພົວພັນ, ເຊັນສັນຍາ, ອະນຸສັນຍາ, ບົດບັນທຶກກັບ ຕ່າງປະເທດ ( ອົງການລັດ, ອົງການຈັດຕັ້ງສາກົນ, ເອກະຊົນ ) ບົນພື້ນຖານທີ່ໄດ້ຮັບ ອະນຸ ມັດຈາກ ລັດຖະບານຢ່າງເປັນທາງການ

ຫມວດທີ່ III
ວ່າດ້ວຍ ກົງຈັກການນຳພາ, ກົງຈັກຊວ່ຍວຽກ ແລະ ໂຄງປະກອບການຈັດຕັ້ງ

ມາດຕາ 4: ວ່າດ້ວຍການນຳພາດ້ານແນວທາງນະໂຍບາຍ
4.1. ການນຳພາຂອງ ກະຊວງສາທາລະນະສຸກ ປະກອບດ້ວຍລັດຖະມົນຕີວ່າການ 1 ທ່ານ ຊື່ງ ໄດ້ຮັບການແຕ່ງຕັ້ງ ຈາກປະທານປະເທດ ບົນພື້ນຖານ ການ ສະເຫນີຂອງ ນາຍົກລັດຖະມົນຕີ ແລະ ໂດຍໄດ້ຮັບຮອງຈາກ ສະພາແຫ່ງຊາດ.
    ລັດຖະມົນຕີວ່າການ ເປັນຫົວຫນ້າກະຊວງ ແລະ ເປັນສະມາຊິກ ໃນຄະນະ ລັດຖະບານ ມີຄວາມຮັບຜິດຊອບຕໍ່ກ ານຄຸ້ມຄອງ ແລະ ການຈັດຕັ້ງ ປະຕິ ບັດ ແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ ກ່ຽວກັບ ວຽກງານ ສາທາລະນະສຸກ, ຮັບຜິດຊອບໂດຍກົງ ຕໍ່ຜົນສຳເລັດ ແລະ ຂໍ້ຂາດຕົກ ບົກຜ່ອງ ທຸກຢ່າງ ໃນຂະແຫນງການຂອງຕົນ ຕໍ່ຄະນະລັດຖະບານ; ປະຕິ ບັດພາລະບົດບາດ, ສິດ ແລະ ຫນ້າທີ່ຕາມ ກົດຫມາຍວ່າດ້ວຍ ລັດຖະບານ ແລະ ດຳລັດ ເລກທີ່ 220/ນຍ ລົງວັນທີ່ 19/11/1998 .
    ລັດຖະມົນຕີວ່າການ ເປັນຜູ້ຮັບຜິດຊອບເດັດຂາດ ທົ່ວຂະແຫນງການ ສາທາລະນະສຸກ, ເປັນຜູ້ລົງລາຍເຊັນ ໃນເອກະສານຕ່າງໆຂອງ ກະຊວງ, ເປັນຜູ້ ພົວພັນກັບ ລັດຖະບານ ໃນກໍລະນີຕິດຂັດ ຫລື ໄປເຄື່ອນໄຫວວຽກງານຫາງໄກ, ລັດຖະມົນຕີວ່າການ ມອບສິດ ເປັນການຊົ່ວຄາວໃຫ້ ລັດຖະມົນຕີຊ່ວຍ ວ່າການ ຜູ້ໃດ ຜູ້ຫນື່ງ ເປັນລາຍລັກອັກສອນ .
4.2. ກະຊວງສາທາລະນະສຸກ ມີລັດຖະມົນຕີວ່າການ ຈຳນວນຫນື່ງ ເຊິ່ງໄດ້ຮັບການແຕ່ງຕັ້ງຈາກ ນາຍົກລັດຖະມົນຕີ ໂດຍການສະເຫນີຂອງ ຄະນະຈັດ ຕັ້ງສູນກາງພັກ .
4.3. ລັດຖະມົນຕີຊວ່ຍວ່າການ ເປັນຜູ້ຊ່ວຍ ລັດຖະມົນຕີວ່າການ ໃນການຄຸ້ນຄອງ ແລະ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ. ພ້ອມກັນນັ້ນກໍ່ຮັບຜິດຊອບ ລົງເລິກວຽກໃດຫນຶ່ງ ຕາມການມອບຫມາຍຂອງ ລັດຖະມົນຕີວ່າການ .

ມາດຕາ 5: ວ່າດ້ວຍ ການບໍລິຫານຄຸ້ມຄອດ້ານວິຊາການ.
5.1. ການບໍລິຫານຄຸ້ມຄອງ ດ້ານວິຊາການປະກອບດ້ວຍບັນດາ ຫົວຫນ້າຫ້ອງການ, ຫົວຫນ້າກົມ, ຮອງຫົວຫນ້າຫ້ອງ ແລະ ຮອງຫົວຫນ້າກົມ. ຫົວຫນ້າ ຫ້ອງການ ແລະ ຫົວຫນ້າກົມ ໄດ້ຮັບການແຕ່ງຕັ້ງຈາກ ທ່ານນາຍົກລັດຖະມົນຕີ ບົນພື້ນຖານ ການສະເໜີຂອງ ຄະນະຈັດຕັ້ງ ສູນກາງພັກ. ຮອງຫົວ ຫນ້າ ຫ້ອງການ ແລະ ຮອງຫົວຫນ້າກົມແມ່ນ ລັດຖະມົນຕີວ່າການເປັນຜູ້ແຕ່ງຕັ້ງ ບົນພື້ນຖານ ການສະເໜີຂອງຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ.ຫົວ ຫນ້າ ຫ້ອງການ ແລະ ຫົວຫນ້າກົມ ແມ່ນເປັນຜູ້ຊ່ວຍ ລັດຖະມົນຕີວ່າການ ທີ່ເຮັດຫນ້າທີຄຸ້ມຄອງມະຫາພາກ ແລະ ຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ,ຮັບ ຜິດຊອບໂດຍກົງຕໍ່ຜົນສຳເລັດ ແລະ ຜົນເສຍຫາຍຂອງ ວຽກງານວິຊາສະເພາະຢູ່ ກົມ ແລະ ສາຍງານ ທີ່ຕົນຮັບຜິດຊອບ.
5.2. ຢູ່ພາຍໃຕ້ຫ້ອງການ ແລະ ກົມນັ້ນ ລັດຖະບານ ອາດອານຸຍາດໃຫ້ມີ ກອງວິຊາການ (ສະຖາບັນ, ໂຮງຫມໍ, ສູນ, ໂຮງຮຽນ) , ພະແນກ ແລະໂຄງການ.
5.3. ບັນດາຜູ້ບໍລິຫານ ຂັ້ນກອງວິຊາການ, ຂັ້ນພະແນກ ແລະ ຂັ້ນໂຄງການແມ່ນ ຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ເປັນຜູ້ຄົ້ນຄ້ວາ ສະເຫນີໃຫ້ທ່ານ ລັດຖະມົນຕີວ່າການ ເປັນຜູ້ແຕ່ງຕັ້ງ ບົນພື້ນຖານ ການສະເຫນີຂອງ ຫົວຫນ້າກົມ ທີ່ກ່ຽວຂ້ອງ. ຫນ້າທີ່ຕົ້ນຕໍຂອງ ຫົວຫນ້າ ແລະ ຮອງຫົວຫນ້າວິຊາການ. ຫົວຫນ້າ ແລະ ຮອງຫົວຫນ້າພະແນກ, ຫົວຫນ້າ ແລະ ຮອງຫົວຫນ້າໂຄງການ ດັ່ງກ່າວ ແມ່ນຊ່ວຍ ຫົວຫນ້າຫ້ອງການ ແລະ ກົມປະຕິບັດ ຫນ້າທີ່ ວຽກງານ ຕາມການມອບຫມາຍ.

ມາດຕາ 6: ວ່າດ້ວຍ ພະນັກງານ ຊ່ວຍວຽກພາຍໃນກະຊວງ
6.1. ພະນັກງານ ຊ່ວຍວຽກປະກອບດ້ວຍ ພະນັກງານວິຊາການ ແລະ ພະນັກງານ ບໍລິຫານຮັບໃຊ້ທົ່ວໄປ. ພະນັກງານ ຊ່ວຍວຽກເຫລົ່ານີ້ ຈະໄດ້ຮັບການ ບັນຈຸວຽກງານ ບົນພື້ນຖານ ຄວາມຕ້ອງການຂອງ ຫ້ອງການ, ກົມ, ກອງວິຊາການ, ພະແນກ ແລະ ໂຄງການ.
6.2. ຜູ້ບໍລິຫານຄຸ້ມຄອງ ແຕ່ລະຂັ້ນ (ຫ້ອງການ, ກົມ, ກອງວິຊາການ, ພະແນກ) ເປັນຜູ້ຄັດເລືອກບັນດາ ພະນັກງານ ບົນພື້ນຖານມາດຖານ ແລະຕຳແຫນ່ງ ງານຕ່າງໆ ທີ່ໄດ້ກຳນົດໄວ້ໃນໂ ຄງຮ່າງຈັດຕັ້ງຂອງ ກະຊວງສາທາລະນະສຸກ ເພື່ອສະເຫນີ ໃຫ້ຂັ້ນເທິງພິຈາລະນາ ບັນຈຸເຂົ້າ ຮັບວຽກງານຕາມລະບຽບ ລັດຖະກອນ.

ມາດຕາ 7: ວ່າດ້ວຍ ການນຳພາ ແລະ ຄຸ້ມຄອງ ການຈັດຕັ້ງ ສາທາລະນະສຸກຂັ້ນທ້ອງຖິ່ນ
7.1. ລັດຖະມົນຕີວ່າການ ເປັນຜູ້ກຳນົດ ໂຄງປະກອບການຈັດຕັ້ງຂະແຫນງການຂອງຕົນຢູ່ ຂັ້ນທ້ອງຖິ່ນໂດຍໃຫ້ສອດຄ່ອງ ກັບຈຸດພິເສດຂອງແຕ່ລະທ້ອງ ຖິ່ນ ແລະ ຖືເອົາພະແນກເ ປັນຫົວຫນ່ວຍນຳພາ ແລະ ຄຸ້ມຄອງຢູ່ຂັ້ນແຂວງ ແລະ ຫ້ອງການ ສາທາລະນະສຸກ ເປັນຫົວຫນ່ວຍນຳພາ ແລະ ຄຸ້ມ ຄອງ ຢູ່ຂັ້ນເມືອງ.
7.2. ລັດຖະມົນຕີວ່າການ ແຕ່ງຕັ້ງ, ປົດຕຳແຫນ່ງ ແລະ ຍົກຍ້າຍ ພະນັກງານຂັ້ນຫົວຫນ້າ ແລະ ຮອງຫົວຫນ້າພະແນກ, ຫົວຫນ້າ ແລະ ຮອງໂຮງຫມໍ ພາກ, ຫົວຫນ້າ ແລະ ຮອງໂຮງຫມໍແຂວງ ແລະ ພະນັກງານ ລັດຖະກອນ ທີ່ຢູ່ໃນຂັ້ນຄຸ້ມຄອງຂອງ ລັດຖະມົນຕີວ່າການໄປປະຈຳ ແລະ ອອກຈາກ ທ້ອງ ຖິ່ນຕາມເຫັນສົມຄວນບົນພື້ນຖານໄດ້ປືກສາ ຫາລື ກັບ ອຳນາດການປົກຄອງທ້ອງຖິ່ນແລ້ວ. ອຳນາດການປົກຄອງທ້ອງຖິ່ນ ບໍ່ມີສິດແຕ່ງຕັ້ງ ຫລື ຍົກຍ້າຍ, ປົດຕຳແຫນ່ງ ແລະ ເລື່ອນຊັ້ນ ພະນັກງານ ດັ່ງກ່າວ ໂດຍບໍ່ໄດ້ ປືກສາ ຫາລື ແລະ ເຫັນດີຈາກ ການນຳກະຊວງ.
7.3. ລັດຖະມົນຕີວ່າການພິຈາລະນາຮັບຮອງ ແລະ ອະນຸມັດແຜນການ-ງົບປະມານບົນພື້ນຖານ ການສະເຫນີຂອງ ພະແນກສາທາລະນະສຸກປະຈຳແຂວງ.
7.4. ລັດຖະມົນຕີວ່າການ ຊີ້ນຳ, ຕິດຕາມ, ກວດກາ, ກວດການ ຈັດຕັ້ງປະຕິບັດ ນະໂນບາຍ, ແຜນການ, ແຜນງານ, ໂຄງການ, ບັນດາຂໍ້ກຳນົດ ກົດລະບຽບ ຕ່າງໆ ທີ່ໄດ້ມອບຫມາຍ ໃຫ້ທ້ອງຖິ່ນປະຕິບັດ

ມາດຕາ 8: ວ່າດ້ວຍ ສະພາວິທະຍາສາດ ເຕັກນິກການແພດ
ສະພາວິທະຍາສາດ ເຕັກນິກ ການແພດ ແມ່ນອົງການ ທີ່ປືກສາຂອງ ກະຊວງສາທາລະນະສຸກກ່ຽວກັບ ວິທະຍາສາດ ຄຸ້ມຄອງ ສາທາລະນະສຸກ, ກົດຫມາຍ ການແພດ, ການຢາ, ມາດຕະຖານ ວິທະຍາສາດເຕັກນິກ ດ້ານອະນາໄມກັນພະຍາດ, ການປິ່ນປົວ, ການຟື້ນຟູຫນ້າການ, ການຢາ ແລະ ອຸປະກອນການ ແພດ ແລະ ກໍ່ສ້າງ ພະນັກງານ.
       ສະມາຊິກຂອງ ສະພາ ດັ່ງກ່າວປະກອບດ້ວຍ ບັນດານັກຊ່ຽວຊານ ດ້ານການຈັດຕັ້ງ ຄຸ້ມຄອງ ສາທາລະນະສຸກ, ນັກວິທະຍາສາດ ແລະ ນັກວິຊາການ ຊັ້ນນຳຂອງ ວິຊາຂະແຫນງຕ່າງໆ.  ໂດຍຜ່ານການເລືອກຕັ້ງ ແລະ ເຄື່ອນໄຫວຕາມ ກົດລະບຽບຂອງສະພາ.
       ຫ້ອງການສະພາວິທະຍາສາດເຕັກນິກການແພດ ມີພາລະບົດບາດ ແລະ ຫນ້າທີເປັນເສນາທິການຊ່ວຍປະທານສະພາ ກ່ຽວກັບການຄົ້ນຄ້ວາສັງລວມ ແລະ ວາງແຜນຄົ້ນຄ້ວາ ແລະ ເຜີຍແຜ່ຜົນສຳເລັດຂອງ ການຄົ້ນຄ້ວາວິທະຍາສາດ. ຫ້ອງການດັ່ງກ່າວ ໃຫ້ສັງກັດຢູ່ໃນ ໂຄງປະກອບການຈັດຕັ້ງຂອງ ສະ ຖາບັນສາທາລະນະສຸກ.
       ປະທານສະພາວິທະຍາສາດເຕັກນິກການແພດ ມີຖານະທຽບເທົ່າ ຫົວໜ້າກົມ ແລະ ຮອງປະທານສະພາ ມີຖານະທຽບເທົ່າຮອງຫົວໜ້າກົມ. ຫົວໜ້າ ຫ້ອງການຂອງ ສະພາວິທະຍາສາດ ເຕັກນິກການແພດ ມີຖານະທຽບເທົ່າ ຫົວຫນ້າພະແນກຂອງກົມ.

ມາດຕາ 9: ວ່າດ້ວຍ ໂຄງປະກອບການຈັດຕັ້ງຂອງ ກະຊວງ
ກ. ໂຄງປະກອບກົງຈັກ ການຈັດຕັ້ງຂອງກະຊວງ ປະກອບດວ້ຍ:
1. ຫ້ອງການ
2. ກົມຈັດຕັ້ງ ແລະ ພະນັກງານ
3. ກົມແຜນການ ແລະ ງົບປະມານ
4. ກົມອະນາໄມ-ກັນພະຍາດ
5. ກົມປິ່ນປົວ
6. ກົມອາຫານ ແລະຢາ
7. ກົມກວດກາ
o ພາຍໃນຫ້ອງການກະຊວງ ແລະ ບັນດາກົມ ມີພະແນກການຂື້ນກັບ

ຂ. ບັນດາອົງການຈັດຕັ້ງ ວິຊາການຈຸລະພາກ ທີ່ໃຫ້ຜູ້ອຳນວຍການມີ ຕຳແໜ່ງບໍລິຫານປະເພດ 5 ປະກອບດວ້ຍ:
1. ສະຖາບັນສາທາລະນະສຸກສາດ
2. ໂຮງໝມໍມະໂຫສົດ
3. ໂຮງຫມໍມິດຕະພາບ
-  ຜູ້ອຳນວຍການ ໄດ້ຮັບການແຕ່ງຕັ້ງຈາກ ທ່ານນາຍົກລັດຖະມົນຕີ ບົນພື້ນຖານການສະເໜີຂອງ ຄະນະຈັດຕັ້ງສູນກາງພັກ. ຮອງຜູ້ອຳນວຍການ ແມ່ນ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ເປັນຜູ້ແຕ່ງຕັ້ງ ບົນພື້ນຖານ ການສະເໜີຂອງຫົວໜ້າກົມ ຈັດຕັ້ງ ແລະ ພະນັກງານ

ຄ. ບັນດາອົງການຈັດຕັ້ງ ວິຊາການຈຸລະພາກອື່ນໆ ທີ່ບໍ່ໄດ້ບົ່ງໄວ້ໃນຂໍ້ ຂ ມາດຕາ 9, ຫົວໜ້າ ຫລື ຜູ້ອຳນວຍການມີຕຳແໜ່ງບໍລິຫານປະເພດ 6, ບັນດາ ຮອງ ມີຕຳແໜ່ງບໍລິຫານ ປະເພດ 7,

ງ. ຂະຫນາດ ແລະ ໂຄງປະກອບການຈັດຕັ້ງຢູ່ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ໃຫ້ກະຊວງຄົ້ນຄ້ວາ ພິຈາລະນາ ຕາມຄວາມເຫມາະສົມ ພື່ອຮັບປະກັນ ໃຫ້ແກ່ ການປະຕິບັດ ແນວທາງຍຸດທະສາດ, ແຜນນະໂຍບາຍ ແລະ ພາລະຫນ້າທີ່ທັງຫມົດ ທີ່ສູນກາງພັກ ແລະ ລັດຖະບານມອບຫມາຍໃຫ້

ມາດຕາ 10: ມອບໃຫ ້ທ່ານລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ຫັນເປັນຂໍ້ກຳນົດ ພາຍໃນລະອຽດ ກ່ຽວກັບ ພາລະບົດບາດ, ຫນ້າທີ່ ແລະ ຂອບເຂດສິດ ຂອງຫ້ອງການ, ບັນດາກົມ ແລະ ການຈັດຕັ້ງທີ່ຂື້ນ ກັບ ຕົນ. ເພື່ອຈັດຕັ້ງ ປະຕິບັດວຽກງານ ສາທາລະນະສຸກ ໃຫ້ໄດ້ຮັບຜົນດີ. ບົນພື້ນຖານ ການຄົ້ນຄ້ວາ ປະກອບຄຳເຫັນຂອງ ຄະນະຈັດຕັ້ງ ສູນກາງພັກ.

ຫມວດທີ່ IV
ວ່າດ້ວຍ ລະບອບວິທີເຮັດວຽກ

ມາດຕາ 11: ກະຊວງສາທາລະນະສຸກ ເຄື່ອນໄຫວ ແລະ ດຳເນີນງານ ຕາມຫລັກການລວມ ດັ່ງນີ້:
11.1. ປະຕິບັດລະບອບ ຫົວຫນ້າດຽວຕາມລະບົບແບ່ງ ຂັ້ນຄຸ້ມຄອງ ບົນພື້ນຖານ ຫລັກການລວມສູນ ປະຊາທິປະໄຕ, ນຳພາເປັນຫມູ່ຄະນະບຸກຄົນ ຮັບຜິດ ຊອບຕ້ອງມີ ການແບ່ງງານກັນຢ່າງ ຈະແຈ້ງໃນຫມູ່ຄະນະ ແລະ ໃນທຸກໆ ຂັ້ນ ພ້ອມທັງມອບສິດ ອຳນາດແນ່ນອນ ສົມເຫດ ສົມຜົນ ໃນການດັດສົມບັນຫາ ພາຍໃນຂອບເຂດ ແຕ່ລະຂັ້ນ ແລະ ແຕ່ລະຄົນ .
11.2. ການເຄື່ອນໄຫວ ແລະ ການດຳເນີນງານຂອງ ກະຊວງ ຕອ້ງເອົາແນວທາງຍຸດທະສາດ ແຜນນະໂຍບາຍ, ນະໂຍບາຍລວມ ຂອງສູນກາງພັກ ແລະ ລັດຖະບານ ກ່ຽວກັບດ້ານ ສາທາລະນະສຸກ ເປັນທິດທາງ .
11.3. ອິງໃສ່ແນວທາງນະໂຍບາຍ, ແຜນນະໂຍບາຍທີ່ກ່າງໃນຂໍ້ 2.1 ເທິງນີ້ ກະຊວງ ຕ້ອງສ້າງແຜນໄລຍະຍາວ ແລະ ແຜນປະຈຳປີ ຂອງ ຂະແຫນງ ການ ທີ່ຂື້ນນຳຕົນ ໂດຍຖືເອົາ ແຜນການ ແລະ ແຜນງານ ດັ່ງກ່າວ ເປັນຈຸດເລີ້ມຕົ້ນ ຂອງການເຄື່ອນໄຫວ ທັ່ງຫມົດ ຂອງທົ່ວລະບົບ ສາທາລະນະສຸກ .

o  ທຸກໆ ໂຄງການສາທາລະນະສຸກ ຕ້ອງໄດ້ຮັບການສືກສາ, ເລືອກເຟັ້ນ, ປືກສາຫາຕາມຂັ້ນຕອນ ຢ່າງຖີ່ຖ້ວນ ແລະ ຮັບການອະນຸມັດຈາກ ລັດຖະມົນຕີ ກ່ອນ ຈະຖືກບັນຈຸເຂົ້າໃນແຜນງານ.
11.4 ປະຕິບັດ ການຄຸ້ມຄອງມະຫາພາກ ໂດຍຕິດຕາມກວດກາ ຊຸກຍູ້ທຸກຂັ້ນ, ທຸກຂະແຫນງ, ທຸກຫົວຫນ່ວຍ ວິຊາການ ແລະ ຫົວຫນ່ວຍບໍລິຫານ ແລະ ທຸລະກິດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ໃນທົ່ວປະເທດ ກ່ຽວກັບ ການປະຕິບັດ ແນວທາງນະໂຍບາຍຂອງ ສູນກາງພັກ ແລະ ລັດຖະບານ ແລະກ່ຽວກັບ ການປະຕິບັດແຜນງານ ແລະ ໂຄງການຂອງ ກະຊວງສາທາລະນະສຸກ    11.5. ປະຕິບັດ ລະບອບປະຊຸມ, ລາຍງານ, ກວດກາ ຢ່າງເຂັ້ມງວດ, ເປັນຕົ້ນ ກອງປະຊຸມ ປະຈຳອາທິດຂອງ ຄະນະນຳພາກະຊວງ (ລວມທັງ ຫົວຫນ້າຫ້ອງການ, ຫົວ ຫນ້າກົມ ແລະ ທີ່ປືກສາ) ແລະ ຂອງຂັ້ນຕ່າງໆ ຕ້ອງຍົກ ເອົາ ການເຄື່ອນໄຫວ ໃນພາລະຫນ້າທີ່ຂອງ ຂະແຫນງການ ແລະ ຫນ່ວຍງານຕ່າງໆ ມາສ່ອງ ແສງ, ສະຫລູບຕີລາຄາ ຜົນໄດ້ ຜົນເສຍ, ຕ້ອງມີການບັນທຶກ ກອງປະຊຸມ ແລ້ວ ລາຍງານໃຫ້ ລັດຖະບານຊາບ.

ຫມວດທີ່ V
ຂໍ້ບັນຍັດສຸດທ້າຍ

ມາດຕາ 12: ກະຊວງສາທາລະນະສຸກ ມີກາປະທັບຂອງ ຕົນ ເພື່ອເຄື່ອນໄຫວວຽກງານທາງການ, ສ່ວນຫ້ອງການ, ກົມ, ພະແນກປະຈຳແຂວງ - ກຳແພງ ນະຄອນ ແລະ ເຂດພິເສດ, ຫ້ອງການປະຈຳເມືອງ, ຫົວຫນ່ວຍວິຊາການ ເອກະລາດ ກໍ່ອະນຸຍາດໃຫ້ມິກາປະທັບ ພື່ອຄຸ້ມຄອງຕາມສາຍວິຊາການຂອງຕົນ. ມາດຕາ 13: ດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ມື້ ລົງລາຍເຊັນ ເປັນຕົ້ນໄປ. ກະຊວງສາທາລະນະສຸກ, ສຳນັກງານນາຍົກລັດຖະມົນຕີ, ບັນດາກະຊວງ, ແຂວງ-ກຳແພງນະຄອນ ແລະ ເຂດພິເສດ ຈົ່ງຮັບຮູ້ ແລະ ປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ. ດຳລັດສະບັບນີ້ ແມ່ນປຽນແທນ ດຳລັດ ຂອງ ນາຍົກ ລັດຖະມົນຕີ ສະບັບເລກທີ່ 73/ນຍ ລົງວັນທີ່ 10/5/1993

ນາຍົກລັດຖະມົນຕີ ແຫ່ງ ສປປລາວ

ເຊັນ ແລະ ປະທັບຕາ
ສີສະຫວາດ ແກ້ວບຸນພັນ



ຂໍ້ມູນ - 2006-09-14
   
    ສະໜັບສະໜູນໂດຍ: ບັນດາເພື່ອນຮ່ວມງານ ໃນຂະແໜງນ້ຳ ແລະ ສຸຂະອະນາໄມ.
© 2006-2007 ສະຫງວນລິຂະສິດໂດຍ: ສ.ອ.ນ, ສປປລາວ.
ອອກແບບ, ພັດທະນາ ແລະ ບຳລຸງຮັກສາໂດຍ: Cyberia - ວຽງຈັນ, ສປປລາວ.