ວັນທີ : 06-01-2009
ເວລາ : 22:12:33
ພາສາ
 
    ບໍ່ຄວນຊື້ຂະໜົມ, ນົມ ຫຼື ນົມຝຸ່ນ ຜະລິດໂດຍ Mengnui Diary Group ແລະ Yili Industrial Company ຂອງປະເທດຈີນ  
 
     
 
 
 
 
ຊອກຫາແບບພິເສດ
     
 
     
 
 
 
ກ່ຽວກັບ ສ.ອ.ນ Print Article Send to friend ຖືກອ່ານ 2745 ຄັ້ງ

ຂໍ້ກຳນົດ
ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ
ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດແຫ່ງຊາດ

-ອີງໃສ່: ດຳລັດຂອງນາຍົກລັດຖະມົນຕີ ເລກທີ່ 37/ນຍ,ລົງວັນທີ່ 30/9/1999, ໄດ້ມອບໝາຍສິດໜ້າທີ່ໃຫ້ພາກສ່ວນຕ່າງໆ ທີ່ມີທັງກະຊວງສາທາລະນະສຸກ, ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດ ມີຄວາມຮັບຜິດຊອບໃນການຈັດຫານ້ຳສະ ອາດໃນເຂດຊົນນະບົດ ແລະ ອະນາໄມສິ່ງແວດລ້ອມ ແລະ ສຸຂາພິບານ ທັງເຂດຕົວເມືອງ ແລະ ຊົນນະບົດ.              

-ອີງໃສ່: ດຳລັດຂອງນາຍົກລັດຖະມົນຕີເລກທີ່ 204/ນຍ, ລົງວັນທີ່ 9 / 10 /2001, ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍ ນ້ຳ ແລະ ຊັບພະຍາກອນແຫ່ຼງນ້ຳ.

-ອີງໃສ່: ມະຕິທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກສະບັບເລກທີ່1427/ກສຊ, ລົງວັນທີ່15/10/1999 ວ່າ ດ້ວຍການແຕ່ງຕັ້ງສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດແຫ່ງຊາດ.

ລັດຖະມົນຕີກະຊວງສາທາລະນະສຸກ
ອອກຂໍ້ກຳນົດ

ໝວດທີ່ I
ຊື່, ທີ່ຕັ້ງ ແລະ ພາລະບົດບາດ

ມາດຕາ 1 : ວ່າດ້ວຍຊື່: "ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດແຫ່ງຊາດ" ຂຽນຫຍໍ້ວ່າ "ສ.ອ.ນ" ຊື່ສາກົນ: "National Center For Environmental Health  And Water Supply (NEW)"

ມາດຕາ 2 : ວ່າດ້ວຍທີ່ຕັ້ງ: ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດແຫ່ງຊາດແມ່ນສູນໜື່ງໃນສາຍອະນາໄມກັນ ພະຍາດຂອງກົງຈັກກະຊວງສທາລະນະສຸກ.

ພາລະບົດບາດ: ເປັນການຈັດຕັ້ງວິຊາການຊ່ວຍອະນາໄມ-ກັນພະຍາດ ໃນການຊີ້ນຳ ແລະ ຄູ້ມຄອງກ່ຽວກັບວຽກອະນາໄມ ສີ່ງແວດລ້ອມ ທັງເຂດຊົນນະບົດ ແລະ ຕົວເມືອງ ແລະ ວຽກງານການຈັດຫານ້ຳສະອາດເຂດຊົນນະບົດໃນຂອບເຂດທົ່ວປະເທດ. ເປັນທີ່ປຶກສາອຳນວຍຄວາມສະດວກ ແລະ ເປັນຜູ້ກວດກາຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຍູ່ແຕ່ລະຂັ້ນ.

ໝວດທີ II
ຂອບເຂດ ສິດ ແລະ ໜ້າທີ່
 

ມາດຕາ 3: ວ່າດ້ວຍຂອບເຂດສິດ:

3.1 ມີສິດຄວບຄຸມ ການຈັດຕັ້ງປະຕິບັດ ຕາມພາລະບົດບາດ ແລະ ໜ້າທີ່ ທີ່ກຳນົດ ໄວ້ໃນມາດຕາ 2 ແລະ ມາດຕາ 3. ມີສິດ ຄູ້ມຄອງລະບົບບັນຊີ ງົບປະມານ ການເງິນ ແລະ ເງິນຊ່ວຍເຫຼືອ ຂອງສູນຕາມລະບຽບການຂອງການເງິນ (ງົບປະມານ, ກູ້ຢືມ, ຊ່ວຍເຫຼືອ). ຮັກສາລະບົບ ບັນຊີແບບເອກະລາດ, ເປີດກ້ວາງໃນການກວດກາ ທາງດ້ານການເງິນໂດຍກະຊວງສາທາລະນະສຸກ ຖ້າມີຄວາມຕ້ອງການ.

3.2 ມີສິດຄູ້ມຄອງ, ປະຕິບັດນະໂຍບາຍຕໍ່ພະນັກງານໃນສູນ ໂດຍຜ່ານການຄົ້ນຄວ້າ ມີຄຳເຫັນ ຂອງສູນກ່ອນຈະສົ່ງຂື້ນຫາຂັ້ນ ເທິງພິຈາລະນາ.

3.3 ມີສິດຄົ້ນຄວ້າ ປະກອບຄວາມຄິດຄວາມເຫັນ ແລະ ນຳສະເໜີຄວາມເຫັນກ່ຽວກັບ ການປັບປຸງການຈັດຕັ້ງ, ແຕ່ງຕັ້ງ, ເລື່ອນຊັ້ນ, ຍົກ ຍ້າຍ, ປົດຕຳແໜ່ງ ແລະ ໃສ່ວິໄນ ຕໍ່ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງສູນ, ໂດຍຜ່ານ ກົມອະນາໄມ-ກັນພະຍາດ, ກະ ຊວງສາທາລະນະສຸກ.  ຊ່ວຍກົມອະນາໄມ ໃນການຄົ້ນຄວ້າ ແລະ ຮ່າງບັນດາເອກະສານ ທີ່ມີລັກສະນະນິຕິກຳ: ກົດໝາຍ, ຂໍ້ກຳນົດ, ກົດລະບຽບ, ມາດຕະການ, ມະຕິ, ບົດແນະນຳ, ຄຳສັ່ງ, ແຈ້ງການ, ສ້າງປື້ມຄູ່ມື ທີ່ພົວພັນ ກັບວຽກງານອະນາໄມ-ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເພື່ອນຳສະເໜີໃຫ້ກະຊວງພິຈາລະນາ.

3.4 ມີສິດແຕ່ງຕັ້ງ ແລະ ລົບລ້າງຄະນະຮັບຜິດຊອບວຽກງານ ຫຼື ຄະນະປະສານງານໂຄງການ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງສູນເພື່ອໄປປະຕິບັດໜ້າທີ່ ຕາມຄວາມຮຽກຮ້ອງຕ້ອງການ ແລະ ຕາມການເຫັນດີຂອງກົມມະຫາພາກ.

3.5 ມີສິດລາຍງານ ໂດຍກົງຕໍ່ຄະນະນຳກະຊວງໃນກໍລະນີຮີບດ່ວນ ແລະ ແຈ້ງຄືນ ໃຫ້ກົມມະຫາພາກ ຊາບຕາມພາຍຫຼັງ.

3.6 ມີສິດເຂົ້າຮ່ວມໃນການຮ່າງເອກະສານສັນຍາ, ບັນທຶກ ກັບອົງການຈັດຕັ້ງພາຍໃນ ແລະ ສາກົນທີ່ກ່ຽວຂ້ອງ ຫຼື ພາກສ່ວນ ເອກະຊົນ ບົນພື້ນຖານການເຫັນດີຂອງ ກົມ ອະນາໄມ ແລະ ໄດ້ຮັບອະນຸມັດເປັນທາງການຈາກກະຊວງສາທາລະນະສຸກ.

3.7 ມີສິດໃນການພົວພັນຮ່ວມມື ແລະ ມີສິດເຊັນບົດບັນທືກ ຫຼື ສັນຍາວິຊາການ ຮ່ວມມືການຈັດຕັ້ງປະຕິບັດ ທີ່ມີລະດັບເທົ່າທຽມ ກັນຕາມສັນຍາແມ່ທີ່ຖືກຮັບຮອງເອົາແລ້ວ.

3.8 ມີສິດພົວພັນປະສານງານ ແລະ ຈັດຕັ້ງປະຕິບັດວຽກງານເຕັນນິກ ກັບພາກ ສ່ວນທີ່ກ່ຽວຂ້ອງຕ່າງໆ ຕາມຂົງເຂດວຽກງານຂອງຕົນ ແລະ ບົນພື້ນຖານການຕົກລົງເຫັນດີຂອງກົມມະຫາພາກ, ກະຊວງສາທາລະນະສຸກ.

3.9 ມີສິດສະເໜີແຜນການກໍ່ສ້າງ ແລະ ອົບຮົມພະນັກງານ, ຄຸ້ມຄອງນຳໃຊ້ພື້ນຖານວັດຖຸເຕັກນິກ, ບໍລິຫານວຽກງານ, ໃຊ້ຈ່າຍງົບ ປະມານການເງິນ ຕາມລະບຽບຫຼັກການ ແລະ ແຜນການທີ່ໄດ້ອະນຸມັດແລ້ວ.

3.10 ມີສິດຮຽກໂຮມພະນັກງານຂັ້ນນຳທ້ອງຖິ່ນ ທີ່ກ່ຽວພັນກັບຂົງເຂດວຽກງານຂອງຕົນ ແລະ ພາກສ່ວນທີ່ກ່ຽວຂ້ອງບົນພື້ນ ຖານການຕົກລົງເຫັນດີຂອງກົມມະຫາພາກ, ກະຊວງສາທາລະນະສຸກ.

3.11 ຕິດຕາມ, ຊຸກຍູ້ ການປະຕິບັດແຜນການ, ແຜນງານຂອງໂຄງການຕ່າງໆ ທີ່ນອນຢູ່ໃນສູນ ແລະ ທ້ອງຖິ່ນໃຫ້ໄປຕາມ ກົດໝາຍອະນາໄມ, ຂໍ້ກຳນົດ,ກົດລະບຽບທີ່ວາງໄວ້ ແລະ ໃຫ້ຖືກ ຈັດຕັ້ງປະຕິບັດ ໃຫ້ທັນກັບເວລາ ແລະ ມີປະສິດທິພາບດີ.

ມາດຕາ 4: ວ່າດ້ວຍໜ້າທີ່:

4.1 ສົມທົບກັບກົມອະນາໄມ ແລະ ກັນພະຍາດ ແລະ ພາກສ່ວນຕ່າງ ໃນການ ຄົ້ນຄວ້າ ສ້າງນະໂຍບາຍເຕັກນິກ, ຍຸດທະສາດ, ສ້າງຂໍ້ກຳນົດ, ກົດລະບຽບ ແລະ ມາດຕະຖານ ກ່ຽວກັບຂະແໜງການຈັດຫານ້ຳສະອາດຊົນນະບົດ ແລະ ອະນາໄມສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ ລວມທັງການເຜີຍແຜ່ໂຄສະນາກ່ຽວກັບວຽກງານດັ່ງກ່າວນີ້ດ້ວຍ.

4.2 ຊຸກຍູ້ສະໜັບສະໜູນທາງດ້ານເຕັກນິກ, ການພົວພັນປະສານງານ ແລະ ການຕອບສະໜອງ ບໍລິການ ລະບົບນ້ຳສະອາດ ໃນເຂດ ຊົນນະບົດ ແລະລະບົບອະນາໄມ ທັງເຂດຊົນນະບົດ ແລະ ຕົວເມືອງ ໂດຍອີງໃສ່ຍຸດທະສາດຂະແໜງການທີ່ໄດ້ປະກາດ ນຳໃຊ້ ໂດຍລັດຖະມົນຕີກະຊວງສາທາລະນະສຸກ.

4.3 ຊຸກຍູ້ກວດກາ ເຝົ້າລະວັງຄຸນນະພາບນ້ຳດື່ມໃນເຂດຊົນນະບົດ ແລະ ປັບປຸງແກ້ໄຂຜົນກະທົບຈາກຄຸນນະພາບນ້ຳທີ່ຍັງບໍ່ ໄດ້ມາດຕະຖານ. ໂດຍອີງໃສ່ຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກກ່ຽວກັບມາດຕະຖານຄຸນນະພາບນ້ຳດຶ່ມ.

4.4 ພົວພັນປະສານງານ ກັບພາກສ່ວນລັດ, ເອກະຊົນ ແລະ ອົງການຊ່ວຍເຫລືອສາກົນໃນການຈັດຕັ້ງ ປະຕິບັດວຽກງານ ເພື່ອສົ່ງເສີມ ແລະ ຕອບສະໜອງລະບົບນ້ຳສະອາດໃນເຂດຊົນນະບົດ ແລະ ລະບົບອະນາໄມສິ່ງແວດລ້ອມໃນຂອບເຂດທົ່ວປະເທດ.

4.5 ສົມທົບກັບກົມອະນາໄມ ໃນການຕິດຕາມຊຸກຍູ້ ສົ່ງເສີມ ສະໜັບສະໜູນ ທາງດ້ານວິຊາການໃນການກວດກາດ້ານອະນາໄມສິ່ງ ແວດລ້ອມ ແລະ ຈັດຫານ້ຳສະອາດເພື່ອມີມາດຕະການໃນການປອ້ງກັນ ແລະ ຄວບຄຸມຜົນກະທົບ ຕໍ່ສຸຂະພາບຕາມກົດ ຫມາຍອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ.

4.6 ສ້າງແຜນພັດທະນາຊັບພະຍາກອນມະນຸດ, ອົບຮົມ ຍົກລະດັບ ໃຫ້ພະນັກງານ ວິຊາການຂັ້ນຕ່າງໆ ຕາມຄວາມຈຳເປັນຂອງວຽກງານ ໃນແຕ່ລະໄລຍະ.

4.7 ຜັນຂະຫຍາຍ ແລະ ຫັນແຜນງານໂຄງການ ຂໍ້ກຳນົດ ເປັນອັນລະອຽດ ຮ່ວມກັບ ພື້ນຖານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຈັດ ຕັ້ງປະຕິບັດໃຫ້ມີປະສິດທິຜົນ.

4.8 ສັງລວມແຜນການ ໄລຍະສັ້ນ ໄລຍະຍາວ ຂອງຂະແໜງການຈາກທ້ອງຖິ່ນ, ສ້າງແຜນທີ່ເຫມາະສົມ, ສຸມໃສ່ເປັນເຈົ້າການ ແລະ ມີສ່ວນຮ່ວມ ໃນການຄຸ້ມຄອງບໍລິຫານຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ.

4.9 ຊຸກຍູ້ ສົ່ງເສີມ ສິດເປັນເຈ້າໃຫ້ແກ່ທ້ອງຖິ່ນໃນຂັ້ນຕ່າງໆເພື່ອໃຫ້ກິດຈະກຳໂຄງການມີຄວາມຍືນຍົງ.

4.10 ຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດ ແຜນງານໂຄງການ ໃຫ້ທັນກັບເວລາ ແລະ ມີປະສິດທິພາບສູງ.

ໝວດທີ່ III
ໂຄງປະກອບ ການຈັດຕັ້ງ

ມາດຕາ 5 : ວ່າດ້ວຍໂຄງປະກອບດ້ານບຸກຄະລາກອນ :

5.1 ຫົວໜ້າສູນ.
o      ຫົວໜ້າສູນໄດ້ຮັບການແຕ່ງຕັ້ງ ຫລື ປົດຕຳແຫນ່ງຈາກລັດຖະມົນຕີວ່າການກະຊວງສາທາລະນະສຸກ ຕາມການ ສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ. ຮັບຜິດຊອບໂດຍກົງຕໍ່ຜົນສຳເລັດ, ຂໍ້ຂາດຕົກບົກຜ່ອງທຸກຢ່າງໃນການຄຸ້ມຄອງບໍລິ ຫານວຽກງານຂອງສູນ, ໄດ້ຮັບເງິນອຸດໜູນຕຳແຫນ່ງບໍລິຫານປະເພດ 6 ຕາມດຳລັດ 173/ນຍ/93.
o     ຕັດສິນແກ້ໄຂທຸກບັນຫາຕາມພາລະບົດບາດ, ໜ້າທີ່ ແລະ ສິດ ທີ່ກະຊວງສາທາລະນະສຸກ ມອບຫມາຍ ບົນພື້ນຖານປະຕິບັດ ຕາມຫຼັກການລວມສູນປະຊາທິປະໄຕ.
o     ຊີ້ນຳການສ້າງແຜນການ, ສະຫລຸບສັງລວມທຸກວຽກງານຂອງສູນ ລາຍງານໃຫ້ກົມກ່ຽວຂ້ອງ ແລະ ຂັ້ນເທິງຊາບເປັນ ແຕ່ລະໄລຍະ.
o     ເປັນຜູ້ລົງລາຍເຊັນທຸກໆ ເອກະສານຂອງສູນ, ໃນກໍລະນີຕິດຄັດ ຫລື ໄປເຄືອນໄຫວວຽກງານທາງໄກ ຫົວໜ້າສູນຕ້ອງມອບ ສິດເປັນການຊົ່ວຄາວໃຫ້ຜູ້ຮອງ ວ່າການແທນ ໂດຍມີການມອບຫມາຍເປັນລາຍລັກອັກສອນຄັກແນ່.

5.2 ຮອງຫົວໜ້າສູນ.
o     ຫົວໜ້າສູນໄດ້ຮັບການແຕ່ງຕັ້ງ ຫລື ປົດຕຳແໜ່ງຈາກລັດຖະມົນຕີວ່າການກະຊວງສາທາລະນະສຸກ ໂດຍການ ສະເໜີ ຂອງກົມຈັດຕັ້ງ ແລະພະນັກງານ.
o     ເປັນຜູ້ຊ່ວຍຫົວໜ້າສູນ ໃນການນຳພາ ແລະ ຄຸ້ມຄອງບໍລິຫານວຽກງານທຸກຢ່າງຂອງສູນ ພ້ອມກັນນັ້ນ ກໍລົງ ເລີກຮັບຜິດຊອບວຽກງານວິຊາການໃດຫນຶ່ງຕາມການມອບຫມາຍຂອງຫົວຫນ້າສູນ.
o     ວ່າການແທນໃນເວລາຫົວໜ້າສູນ ບໍ່ຢູ່ ແລະ ໄດ້ຮັບເງິນອຸດໜູນຕຳແໜ່ງບໍລິຫານ ປະເພດ 7 ຕາມດຳລັດ 173/ນຍ/93.

5.3 ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດ ຍັງປະກອບມີ ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການ ຈຳນວນໜຶ່ງຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ຂອງວຽກງານ.

5.3.1 ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກໄດ້ຮັບການຄົ້ນຄວ້າ ແລະ ແຕ່ງຕັ້ງບົນພື້ນຖານການສະເໜີຂອງຄະນະສູນ ແລະ ຜ່ານການເຫັນດີຂອງກົມອະນາໄມ-ກັນພະຍາດ ເພື່ອສະເໜີຕໍ່ຂັ້ນເທິງ ອະນຸມັດ.

5.3.2 ຫົວໜ້າພະແນກ ເປັນຜູ້ຊ່ວຍຄະນະສູນ ໃນການເຮັດຫນ້າທີ່ນຳພາຈັດຕັ້ງປະຕິບັດວຽກງານວິຊາການ, ຮັບຜິດຊອບໂດຍກົງຕໍ່ຜົນສຳ ເລັດ ແລະ ຜົນເສຍຫາຍຂອງວຽກງານວິຊາການຢູ່ພະແນກ ແລະ ໜ່ວຍງານທີ່ຕົນຮັບຜິດຊອບ, ໃນກໍລະນີຕິດຂັດ ຫລື ໄປເຄື່ອນໄຫວວຽກງານທາງໄກ ຫົວໜ້າພະແນກ ຕ້ອງມອບສິດປະຈຳການຊົ່ວຄາວໃຫ້ຜູ້ຮອງວ່າການແທນ ໂດຍການມອບຫມາຍເປັນລາຍລັກອັກສອນຄັກແນ່.

5.3.3 ຮອງຫົວໜ້າພະແນກເປັນຜູ່ຊ່ວຍຫົວໜ້າພະແນກ ເຮັດໜ້າທີ່ນຳພາຈັດຕັ້ງປະຕິບັດວຽກງານວິຊາການ, ຮັບຜິດຊອບ ໂດຍກົງຕໍ່ຜົນເສຍຫາຍ ແລະ ວຽກງານວິຊາການຢູ່ພະແນກ ແລະ ໜ່ວຍງານຂອງຕົນເອງຮັບຜິດຊອບ.

5.3.4 ພະນັກງານ ຂອງສູນ ປະກອບດ້ວຍພະນັກງານວິຊາການ ແລະ ພະນັກງານບໍລິຫານຮັບໃຊ້ທົ່ວໄປ. ພະນັກງານເຫລົ່ານີ້ ຈະ ໄດ້ຮັບການບັນຈຸ ວຽກງານບົນຄວາມຕ້ອງການທີ່ຈຳເປັນພື້ນຖານ ແລະ ຕ່ຳແໜ່ງງານຕ່າງໆທີ່ໄດ້ກຳນົດໄວ້ໃນໂຄງຮ່າງ ການຈັດຕັ້ງຂອງສູນ.

5.3.5 ພະນັກງານຂອງສູນ ມີໜ້າທີ່ຮັບຜິດຊອບຊີ້ນຳວຽກງານ ເຕັກນິກ ວິຊາການ, ຊຸກຍູ້ ຊ່ວຍເຫລືອ, ຄົ້ນຄວ້າ, ຄຸ້ມຄອງການ ຈັດຕັ້ງປະຕິບັດ, ສົ່ງເສີມວຽກງານຈັດຫານ້ຳສະອາດ ແລະ ອະນາໄມສິ່ງແວດລອ້ມໃນຂົງເຂດຊົນນະບົດ ຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 3 ແລະ ມາດຕາ 4 ຂ້າງເທິງ.

ມາດຕາ 6 : ໂຄງປະກອບກົງຈັກການຈັດຕັ້ງ ຂອງສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດປະກອບມີພະແນກ ດັ່ງນີ້ :

6.1 ພະແນກບໍລິຫານ :
    6.1.1 ໜ່ວຍງານ ບໍລິຫານທົ່ວໄປ
    6.1.2 ໜ່ວຍງານ ຄຸ້ມຄອງຊັບພະຍາກອນມະນຸດ
    6.1.3 ໜ່ວຍງານ ຕິດຕາມກວດກາ ປະເມີນຜົນ ແລະ ພັດທະນາເຄື່ອງມື ສຶກສາໂຄສະນາ.

6.2 ພະແນກສົ່ງເສີມຈັດຫານ້ຳສະອາດ ເຂດຊົນນະບົດ
    6.2.1 ໜ່ວຍງານ ນ້ຳໜ້າດິນ
    6.2.2 ໜ່ວຍງານ ນ້ຳໃຕ້ດິນ

6.3 ພະແນກອະນາໄມສິ່ງແວດລ້ອມ
    6.3.1 ໜ່ວຍງານ ກວດກາອະນາໄມສິ່ງແວດລ້ອມ
    6.3.2 ໜ່ວຍງານ ສົ່ງເສີມ ສຸຂາພິບານສິ່ງແວດລ້ອມ.

ມາດຕາ 7 : ໜ້າທີ່ຂອງແຕ່ລະພະແນກ :
7.1 ພະແນກບໍລິຫານມີ 3 ໜ່ວຍງານ
7.1.1 ໜ່ວຍງານບໍລິຫານທົ່ວໄປ ມີໜ້າທີ່ຮັບຜິດຊອບ :

1.    ວຽກງານຄຸ້ມຄອງຫ້ອງການ, ການຮັບຕ້ອນ, ພິທີການ, ກະກຽມກອງປະຊຸມສາມັນ ແລະ ວິສາມັນຂອງສູນຫລື ຂອງ ພາກສ່ວນໃດຫນຶ່ງຂອງສູນ, ຕິດຕາມ ບັນທຶກ ວຽກງານທະບຽນບັນຊີເອກະສານຂາເຂົ້າ-ຂາອອກ, ການສຳເນົາ, ການເກັບ ມ້ຽນ, ການຈັດພີມ ແລະ ເຜີຍແຜ່ແຈ້ງການ, ການນຳສົ່ງເອກະສານ, ການຄຸ້ມຄອງກາປະທັບຂອງສູນ, ກາຊື່ຫົວໜ້າ ແລະ ຮອງອຳນວຍການສູນ.     

2.    ອຳນວຍຄວາມສະດວກ ໃນການພົວພັນປະສານງານ ພາຍໃນສູນ ແລະ ກັບພາກສ່ວນອົງການຕ່າງໆ.

3.    ຜັນຂະຫຍາຍວຽກງານໄປຕາມແນວທາງຈັດຕັ້ງປະຕິບັດ, ທັງປະກອບສ່ວນອົບຮົມພະນັກງານກ່ຽວກັບວຽກງານການຄຸ້ມຄອງ ບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ.

4.    ບໍລິຫານຄຸ້ມຄອງ ວັດຖຸຄົງທີ່-ວັດຖຸເຄື່ອນທີ່ຂອງສູນ ແລະ ຂອງໂຄງການນ້ຳສະອາດ ແລະ ອະນາໄມ ໃນທົ່ວປະເທດ.

5.    ບໍລິຫານຄຸ້ມຄອງດ້ານ ບັນຊີ-ການເງິນ ຂອງລັດ ແລະ ຂອງໂຄງການ ພາຍໃຕ້ການຕິດຕາມຊີ້ນຳຂອງອຳນວຍການສູນ.

6.    ບໍລິຫານຄຸ້ມຄອງການເງິນ (ງົບປະມານ, ເງິນເດືອນ, ເງິນໂຄງການ) ແລະ ກະກຽມສ້າງແຜນການງົບປະມານ ສຳລັບເງິນເດືອນ, ເງິນລົງເຄື່ອນໄຫວ ວິຊາການ, ເງິນບໍລິຫານຫ້ອງການທົ່ວໄປ (ບໍລິຫານການສີ້ນເປືອງຄ່າໄຟຟ້າ, ນ້ຳ, ນ້ຳມັນເຊື້ອໄຟ, ການກໍ່ສ້າງ ແລະ ສ້ອມແປງ ຕ່າງໆ ).

7.    ບໍລິຫານຄຸ້ມຄອງ, ເກັບກຳ ສະຖິຕິ ແລະ ວຽກງານຄຸ້ມຄອງນະໂຍບາຍ ພະນັກງານ.

8.    ຄຸ້ມຄອງສັງລວມ ການບໍລິຫານວິຊາການຂອງພະແນກພາຍໃນສູນ, ສັງລວມ ແຜນການ ສະຖິຕິ ລວມຂອງສູນ.

9.    ການບໍລິຫານຄຸ້ມຄອງ ຫ້ອງການເຮັດວຽກ ພາຍໃນສູນ ແລະ ໃຫ້ການບໍລິການບ່ອນພັກໃຫ້ພະນັກງານທີ່ມາພັກເຊົາ.

10.   ຄຸ້ມຄອງສະໜອງວັດຖຸ (ບັນຊີວັດຖຸສາງ, ການຈັດຊື້ຈັດຫາ ແລະ ການສະໜອງ).

7.1.2 ໜ່ວຍງານ ຄຸ້ມຄອງ ຊັບພະຍາກອນມະນຸດ ມີໜ້າທີ່ ຮັບຜິດຊອບ : 
   
1.   ມີໜ້າທີ່ສັງລວມແຜນພັດທະນາຊັບພະຍາກອນມະນຸດ, ຄຸ້ມຄອງສະຖິຕິພະນັກງານທີ່ໄດ້ຜ່ານການອົບຮົມແຕ່ລະໄລຍະ, ຄຸ້ມຄອງເນື້ອໃນທິດສະດີຂອງການຝຶກອົບຮົມ, ຄຸ້ມຄອງເອກະສານຄູ່​ມື ​ແລະ ອຸປະກອນເຄື່​ອງມື​ການສິດສອນ ຕ່າງໆ. 

2.   ພົວພັນປະສານງານກັບຂະແໜງວິຊາການ ໃນການສ້າງແຜນ ແຕ່ລະໄລຍະ.

3.   ພົວພັນປະສານງານກັບພາກສ່ວນກ່ຽວຂ້ອງ ໃນການຕິດຕາມກວດກາ ແລະ ລາຍງານຜົນສຳເລັດຂອງໂຄງການແຕ່ ລະໄລຍະ.

4.   ຄຸ້ມຄອງ ແລະ ປະສານງານ ກັບຄະນະກຳມະການຄົ້ນຄ້ວາວິທະຍາສາດເຕັກນິກ ແລະ ພາກສ່ວນກ່ຽວຂ້ອງ ໂດຍການ ນຳພາຂອງຫົວໜ້າພະແນກ.

5.    ຈັດກອງປະຊຸມ ຄະນະກຳມະການກວດກາຕິດຕາມປະເມີນຜົນ ເພື່ອທວນຄືນບົດລາຍງານຄວາມຄືບໜ້າຂອງການຈັດ ຕັ້ງປະຕິບັດໂຄງການ ພາຍໃຕ້ການຊີ້ນຳຂອງຫົວໜ້າພະແນກ ເພື່ອສັງລວມລາຍງານຕໍ່ຂັ້ນເທິງຕໍ່ໄປ.

6.   ຈັດອົບຮົມ ດ້ານຈິດສຳນຶກ ບົດບາດ ຍິງ-ຊາຍ ແລະ ສະໜັບສະໜູນຄວມສະເໝີພາບຂອງບົດບາດຍິງ-ຊາຍ.

7.   ຈັດອົບຮົມດ້ານການຄຸ້ມຄອງບໍລິຫານ ລວມທັງແຜນການ, ສຳມະນາ ແລະ ຢ້ຽມຢາມພາກສະໜາມ. ດ້ານຈັດຫານ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ.

7.1.3 ໜ່ວຍງານຕິດຕາມກວດກາ ປະເມີນຜົນ ແລະ ໜ່ວຍພັດທະນາເຄື່ອງມືສຶສາໂຄສະນາ ມີໜ້າທີ່ :

1.   ຕິດຕາມ ກວດກາ ຄຸ້ມຄອງ ແລະປະເມີນຜົນໂຄງການ.

2.    ເກັບກຳ ຂໍ້ມູນພື້ນຖານໂຄງການໃນແຕ່ລະໄລຍະ ແລ້ວລາຍງານຄວາມຄືບໜ້າຂອງໂຄງການ.

3.   ປະເມີນຜົນ ການຈັດຕັ້ງປະຕິບັດຍຸດທະສາດ ແລະ ປັບປຸງຍຸດທະສາດ ອິງຕາມບົດຮຽນທີ່ໄດ້ຖອດຖອນໄດ້.

4.   ຈັດອົບຮົມກ່ຽວກັບການຕິດຕາມກວດກາ ແລະ ປະເມີນຜົນໃຫ້ແຕ່ລະຂັ້ນ.

5.   ພົວພັນປະສານງານກັບໜ່ວຍງານ ພະແນກອະນາໄມສິ່ງແວດລ້ອມ ແລະ ສົ່ງເສີມຈັດຫານ້ຳສະອາດເຂດຊົນນະບົດ.

6.   ພັດທະນາ ແລະ ຕອບສະໜອງ ແຈກຢາຍ ເຄື່ອງມື ໂຄສະນາ ສຶກສາ.

7.   ສົ່ງເສີມ ແລະ ປັບປຸງ ພັດທະນາ ວິທີການນຳໃຊ້ເຄື່ອງມື ແລະສົ່ງເສີມໃຫ້ຊຸມຊົນມີສ່ວນຮ່ວມ.

8.   ຈັດອົບຮົມກ່ຽວກັບການພັດທະນາ ແລະ ນຳໃຊ້ເຄື່ອງມືໂຄສະນາ ສຶກສາ ໃຫ້ແຕ່ລະຂັ້ນ.

7.2 ພະແນກອະນາໄມສິ່ງແວດລ້ອມ ມີ 2 ໜ່ວຍງານ :
7.2.1 ໜ່ວຍງານກວດກາອະນາໄມສິ່ງແວດລ້ອມ ມີຫນ້າທີ່ຮັບຜິດຊອບດັ່ງນີ້ :

1.    ຕິດຕາມຊີ້ນຳ ແລະ ຊ່ວຍເຫລືອທາງດ້ານວິຊາການ ໃຫ້ຮາກຖານ ໃນການຄວບຄຸມຜົນກະທົບຕໍ່ສຸຂະພາບຈາກສິ່ງ ແວດລ້ອມ.

2.   ພົວພັນປະສານງານດ້ານຂະແໜງວິຊາການທີ່ກ່ຽວຂ້ອງທຸກພາກສ່ວນ  ໃນຂອບເຂດທົ່ວປະເທດ.

3.    ກວດກາ ອະນາໄມເຄຫະສະຖານ : ມີໜ້າທີ່ ຄົ້ນຄວ້າດ້ານວິຊາການໃຫ້ແກ່ຮາກຖານໃນການກວດກາອະນາໄມສິ່ງແວດ ລ້ອມເຄຫະສະຖານ ການປຸກສ້າງ ສະຖານທີ່ສາທາລະນະຕ່າງໆ.

4.    ກວດກາຕິດຕາມເຝົ້າລະວັງຄຸນນະພາບນ້ຳ :

ມີໜ້າທີ່ ອົບຮົມກໍ່ສ້າງຄວາມສາມາດພະນັກງານວິຊາການຮາກຖານ ແລະ ສົ່ງເສິມໃຫ້ສາມາດກວດກາຕິດຕາມເຝົ້າ ລະວັງຄຸນນະພາບນ້ຳ ແລະ ແກ້ໄຂໃຫ້ໄດ້ມາດຖານດ້ວຍຕົນເອງ, ພອ້ມກັນນີ້ຍັງ ມີໜ້າທີ່ກວດກາຕິດຕາມຄຸນນະພາບການປະຕິບັດງານຂອງຮາກຖານດ້ວຍການນຳເອົາຕົວຢ່າງມາວິເຄາະວິໄຈຢູ່ສູນກາງ.

5.    ກວດກາສຸຂາພິບານອາຫານ : ສົ່ງເສີມດ້ານອາຫານໃຫ້ມີຄຸນນະພາບ ແກ່ຜູ້ບໍລິໂພກ ແລະ ຮັບປະກັນຕໍ່ສຸຂະພາບຫລຸດ ຜ່ອນທາງດ້ານພະຍາດ, ສົ່ງເສີມປ້ອງກັນການແປດເປື້ອນອາຫານຈາກສິ່ງແວດລ້ອມ.

6.    ຮ່ວມກັບ ຄະນະກຳມະການປະສານງານໃນການກວດກາຕິດຕາມຜົນກະທົບຕໍ່ສຸຂະພາບຈາກສິ່ງແວດລ້ອມ ເພື່ອລາຍ ງານການຈັດຕັ້ງປະຕິບັດ ຕາມຂໍ້ກຳນົດກົດລະບຽບທີ່ວາງໄວ້.

7.    ກວດກາຄວບຄຸມ ຜົນກະທົບຈາກມົນລະຜິດຕ່າງໆ ໂດຍອີງໃສ່ຂໍ້ກຳນົດກົດລະບຽບ:   

- ດຳເນີນການກວດກາມົນລະຜິດທາງນ້ຳ, ອາກາດ ແລະ ໜ້າດິນ ແລ້ວເກັບຕົວຢ່າງມາວິໄຈໃນຫ້ອງວິເຄາະ.
       
- ກວດກາອະນາໄມໂຮງຫມໍ ແລະສະຖານບໍລິການສາທາລະນະສຸກ : ເກັບກຳກວດກາສິ່ງແວດລ້ອມ ພາຍໃນ-ພາຍນອກ, ອຸປະກອນຮັບໃຊ້ການແພດ, ກວດກາ ມົນລະພິດ ທາງໜ້າດິນ-ທາງນ້ຳ-ທາງອາກາດ, ວິທີການ ກຳຈັດສິ່ງໂສໂຄກ, ວິທີການ ປ້ອງກັນພະຍາດຂອງແພດ, ຄົນເຈັບ ແລະບຸກຄົນ.

- ປະສານງານ ຮ່ວມມື ກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ໃນການຮັບຮອງ ອະນຸມັດການສ້າງໃໝ່ຂອງກິດຈະກຳ ທີ່ສຳຄັນຕ່າງໆ ເຊັ່ນ: ກະຊວງ ຄຂປກ, ອຸດສາຫະກຳ,  ກະສິກຳ ແລະປ່າໄມ້, ການຄ້າ, ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກົມອາຫານ ແລະ ຢາ ແລະ ພາກສ່ວນອື່ນໆ.

7.2.2 ໜ່ວຍງານ ສົ່ງເສີມສຸຂາພິບານສິ່ງແວດລ້ອມ ມີໜ້າທີ່ຮັບຜິດຊອບດັ່ງນີ້:

1.    ສົ່ງເສີມວຽກງານສຸຂາພິບານ(ການກຳຈັດນ້ຳເປື້ອນ ແລະ ຂີ້ເຫຍີ້ອ)ໃນຂົງເຂດຊົນນະບົດ ແລະ ຕົວເມືອງ.

2.    ປະສານງານນຳພາກສ່ວນກ່ຽວຂ້ອງໃນການສົ່ງເສີມຄວາມຮູ້ດ້ານຫລັກການອະນາໄມ ແລະສຸຂາພິບານ.

3.    ມີໜ້າທີ່ ຄົ້ນຄວ້າ ພັດທະນາຂໍ້ມູນຂ່າວສານ ທີ່ເຫມາະສົມ, ສົ່ງເສີມເຕັກນິກໃນການໂຄສະນາຊຸມຊົນ, ໃນການກຳຈັດສິ່ງ ໂສໂຄກຕ່າງໆ ທັງລະດົມໃຫ້ ນຳໃຊ້ວິດຖ່າຍ. ນອກນີ້ ຍັງສົ່ງເສີມການຟື້ນຟູເຕັກນິກສຸຂາພິບານສິ່ງແວດລ້ອມໃນ ສ.ປ.ປ.ລາວ.

4.    ສົ່ງເສີມການນຳໃຊ້ວິດຖ່າຍໃຫ້ຄອບຄົວ ແລະ ໂຮງຮຽນ : ມີໜ້າທີ່ ອົບຮົມໂຄສະນາຊຸມຊົນ, ຄູສອນ, ແລະ ນັກຮຽນ ພ້ອມ ທັງແນະນຳ ເຕັກນິກຕ່າງໆໃນການກໍ່ສ້າງວິດຖ່າຍ ປະເພດຕ່າງໆ.

5.     ອົບຮົມວຽກງານເຕັກນິກ ແລະ ຄູ້ມຄອງບໍລິຫານ ໃນການກຳຈັດສິ່ງໂສໂຄກໃຫ້ ຂັ້ນຮາກຖານ.

7.3 ພະແນກສົ່ງເສີມ ຈັດຫານ້ຳສະອາດ ເຂດຊົນນະບົດ ມີ 2 ໜ່ວຍງານ ດັ່ງນີ້:
7.3.1 ໜ່ວຍງານນ້ຳໜ້າດິນ ມີໜ້າທີ່ດັ່ງນີ້ :

1.    ຊ່ວຍຊີ້ ແນະນຳແນວທາງຍຸດທະສາດ ໂຄງການໃຫ້ຂັ້ນຮາກຖານ ເພື່ອກະກຽມແຜນການ ຈັດຕັ້ງປະຕິບັດ. 

2.    ຄົ້ນຄວ້າຊ່ວຍສູນໃນການວາງມາດຕະຖານ ແລະ ຂໍ້ກຳນົດກົດລະບຽບທາງ ເຕັກນິກກ່ຽວກັບຂະແໜງຂອງຕົນ.

3.    ຊ່ວຍເຫລືອ ຝຶກອົບຮົມ ກໍ່ສ້າງພະນັກງານ ໃຫ້ມີຄວາມຮູ້ ແລະ ຄວາມຊຳນານ ດ້ານ ແຜນການ ແລະ ເຕັກນິກວິຊາການ ໃນ ການສຳຫລວດ ອອກແບບ ແລະ ກໍ່ສ້າງ ລະບົບນ້ຳລິນ, ນ້ຳອອກບໍ່, ນ້ຳປະປາຊົນນະບົດ, ພາຊະນະເກັບນ້ຳຝົນ.

4.    ຄົ້ນຄວ້າ ວິທີການ ຈັດຕັ້ງປະຕິບັດແບບມີສ່ວນຮ່ວມ ໃຫ້ມີປະສິດທິຜົນ, ການອອກແບບມາດຕະຖານເຕັກນິກ, ການ ນຳໃຊ້ເຕັກໂນໂລຍີທີ່ເໝາະສົມເຂົ້າໃນການກໍ່ສ່າງ ແລະ ຄຸ້ມຄອງບໍລິຫານລະບົບຈັດຫານ້ຳສະອາດ.

5.    ຊີ້ນຳຕິດຕາມ ຄວບຄຸມ ຄຸນນະພາບຂອງວຽກງານການກໍ່ສ້າງລະບົບນ້ຳໜ້າດິນ.

6.    ສຳຫລວດແຫຼ່ງນ້ຳໜ້າດິນ ເພື່ອເກັບກຳຂໍ້ມູນ ຂັ້ນພື້ນຖານ.

7.3.2 ໜ່ວຍງານນ້ຳໃຕ້ດິນ ມີໜ້າທີ່ດັ່ງນີ້ :
1.    ຊ່ວຍຊີ້ ແນະນຳແນວທາງຍຸດທະສາດ ໂຄງການໃຫ້ຂັ້ນຮາກຖານ.

2.    ຄົ້ນຄົ້ວ ວິທີການ ຈັດຕັ້ງປະຕິບັດແບບມີສ່ວນຮ່ວມ ໃຫ້ມີປະສິດທິຜົນ, ການອອກແບບມາດຕະຖານເຕັກນິກ, ການນຳໃຊ້ ເຕັກໂນໂລຍີທີ່ເໝາະສົມເຂົ້າໃນການກໍ່ສ້າງ ແລະ ຄຸ້ມຄອງບໍລິຫານລະບົບຈັດຫານ້ຳສະອາດ.

3.    ອົບຮົມພະນັກງານ ວິຊາການ ແລະ ຊຸມຊົນ ກ່ຽວກັບເຕັນນິກ ການເຈາະບາດານ ດ້ວຍກົນຈັກ, ດ້ວຍຫັດຖະກຳ, ນ້ຳສ້າງຕື້ນ, ຕິດຕັ້ງໂປມສູບນ້ຳ ແລະ ການສຳຫລວດຊັ້ນນ້ຳໃຕ້ດິນ.

4.    ຊີ້ນຳຕິດຕາມ ຄວບຄຸມ ຄຸນນະພາບຂອງວຽກງານການກໍ່ສ້າງລະບົບນ້ຳໃຕ້ດິນ.

5.    ຄົ້ນຄວ້າຊວ່ຍສູນໃນການວາງມາດຕະຖານ ແລະຂໍ້ກຳນົດລະບຽບທາງດ້ານ ເຕັກນິກ.     .

6.    ສຳຫລວດແຫຼ່ງນ້ຳໃຕ້ດິນ ເພື່ອເກັບກຳຂໍ້ມູນ ຂັ້ນພື້ນຖານ.

ມາດຕາ 8 : ວ່າດ້ວຍການກຳນົດຈຳນວນພົນ
            - ຫົວໜ້າອຳນວຍການ         01        ຕ່ຳແໜ່ງ
            - ຮອງອຳນວຍການ           02-03     ຕ່ຳແໜ່ງ
            - ຫົວໜ້າພະແນກ            03        ຕ່ຳແໜ່ງ
            - ຮອງຫົວໜ້າພະແນກ        06        ຕ່ຳແໜ່ງ
            - ພະນັກງານວິຊາການ        35-39     ຕ່ຳແໜ່ງ

                    ລວມທັງໝົດ :      47-52     ຕ່ຳແໜ່ງ    

- ການບັນຈຸຈຳນວນພົນ ແມ່ນເລີ່ມແຕ່ຕ່ຳ ຫາສູງ.

- ໃນກໍລະນີມີ ຄວາມຈຳເປັນ ສູນອະນາໄມສິງແວດລ້ອມ ແລະ ຈັດຫານ້ຳສະອາດສາມາດຮັບເອົາພະນັກງານສັນຍາຈ້າງ ເຂົ້າຮັບໃຊ້ວຽກງານຂອງສູນໄດ້ຈ່ຳນວນຫນຶ່ງ ໂດຍໄດ້ຮັບ ອະນຸມັດຈາກກົມອະນາໄມ-ກັນພະຍາດ, ກະຊວງສາທາລະນະສຸກ.

ໝວດທີ IV
ວ່າດ້ວຍລະບອບວິທີເຮັດວຽກ.

ມາດຕາ 9 : ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດເ ຄື່ອນໄຫວວຽກງານຕາມລະບອບວິທີເຮັດວຽກ ດັ່ງນີ້ :

9.1 ການພິຈາລະນາການຕັດສິນທຸກໆບັນຫາ ຂອງຫົວໜ້າສູນ, ຮອງຫົວໜ້າສູນ ແມ່ນດຳເນີນບົນ ຫລັກການລວມສູນ ປະຊາທິປະໄຕ, ເຮັດວຽກເປັນຫມູ່ຄະນະ, ບຸກຄົນຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕຢ່າງແທ້ຈິງ.
     
9.2 ເຮັດວຽກມີແຜນການ, ມີການແບ່ງງານລະອຽດຈະແຈ້ງພາຍໃນຫມູ່ຄະນະ, ມີລະດັບຄາດຫມາຍ, ມີຈຸດປະສົງສອດຄ່ອງ ກັບ ສະພາບຕົວຈິງ ຂອງສູນ ໃນແຕ່ລະໄລຍະ, ມີການສະຫລຸບຖອດຖອນບົດຮຽນຕີລາຄາ ປະເມີນຜົນຄັກແນ່ ແລ້ວລາຍງານ ໃຫ້ຄະ ນະກົມອະນາໄມ- ກັນພະຍາດ, ກະຊວງສາທາລະນະສຸກຊາບນຳແຕ່ລະໄລຍະ.

9.3 ເອົາໃຈໃສ ກວດກາ ກວດການ ໃນການປະຕິບັດໜ້າທີ່ ທາງດ້ານວິຊາສະເພາະລຽນຕິດ.

9.4 ໃກ້ສິດຕິດແທດ ຂໍຄຳເຫັນຈາກຂັ້ນເທິງຂອງຕົນ, ປະສານສົມທົບກັບ ບັນດາ ກົມກອງ ແລະ ທ້ອງຖິ່ນທີ່ມີສ່ວນກ່ຽວຂ້ອງ ເຊັ່ນ : ສະຖາບັນ, ສູນ, ໂຮງຫມໍ, ໂຮງຮຽນ, ພະແນກ, ໜ່ວຍງານ, ສາມອົງການຈັດຕັ້ງມະຫາຊົນ ເພື່ອປັບປຸງວຽກງານ ຂອງສູນໃຫ້ດີຂື້ນກວ່າເກົ່າ.

9.5 ສູນອະນາໄມສິ່ງແວດລອ້ມ ແລະ ຈັດຫານ້ຳສະອາດ ເຄື່ອນໄຫວວຽກງານຂອງຕົນ ຕາມກົດລະບຽບສູນ, ຂອງກົມ, ຕາມຂໍ້ກຳນົດ ຂອງລັດຖະມົນຕີວ່າການກະຊວງສາທາລະນະສຸກ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສູນ.

ໝວດທີ່ V
ວ່າດວ້ຍຂໍ້ບັນຍັດສຸດທ້າຍ

ມາດຕາ 10: ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດ ມີກາປະທັບຂອງຕົນເອງ ເພື່ອຮັບໃຊ້ວຽກງານທາງລັດຖະ ການ ຊຶ່ງມີລັກສະນະ ຮູບວົງມົນ, ຂອບເທິງຂຽນວ່າ :  ກະຊວງສາທາລະນະສຸກ ມີຮູບດາວສອງຂ້າງ, ຂອບລຸມຂຽນວ່າ : ກົມອະນາໄມກັນພະ ຍາດ, ໃຈກາງຂຽນວ່າ : ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫານ້ຳສະອາດ.

ມາດຕາ 11: ໃຫ້ ສູນອະນາໄມສິ່ງແວດລອ້ມ ແລະ ຈັດຫານ້ຳສະອາດ ແລະ ກົມມະຫາພາກ ກະຊວງສາທາລະນະສຸກ, ສະຖາ ບັນ, ສູນ, ໂຮງຫມໍ, ໂຮງຮຽນ, ໂຮງງານ ອ້ອມຂ້າງກະຊວງສາທາລະນະສຸກ, ບັນດາພະແນກສາທາລະນະສຸກແຂວງ - ນະຄອນຫລວງວຽງຈັນ, ເຂດພິເສດ ແລະ ບັນດາການຈັດຕັ້ງທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດ ຂໍ້ກຳນົດສະບັບນີ້ ໃຫ້ຖືກຕ້ອງຕາມໜ້າທີ່ຂອງໃຜລາວ.

ມາດຕາ 12 : ຂໍ້ກຳນົດສະບັບນີ້ ມີຜົນສັກສິດນຳໃຊ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ລັດຖະມົນຕີວ່າການກະຊວງສາທາລະນະສຸກ.

Click to Enlarge
(ດຳເນີນໃນປະຈຸບັນ, ຢູ່ໃນໄລຍະລໍຖ້າຮັບຮອງ)



ຂໍ້ມູນ - 2006-09-14