ວັນທີ : 07-01-2009
ເວລາ : 02:38:06
ພາສາ
 
    ບໍ່ຄວນຊື້ຂະໜົມ, ນົມ ຫຼື ນົມຝຸ່ນ ຜະລິດໂດຍ Mengnui Diary Group ແລະ Yili Industrial Company ຂອງປະເທດຈີນ  
 
     
 
 
 
 
ຊອກຫາແບບພິເສດ
     
 
     
 
 
 
ໄຂ້ຫວັດທຳມະດາ Print Article Send to friend ຖືກອ່ານ 1520 ຄັ້ງ
ອາການຈາມ, ລະຄາຍເຄືອງຄໍ, ນ້ຳມູກໄຫຼ ເປັນສິ່ງທີ່ທຸກຄົນຮູ້ວ່າ ນັ້ນແມ່ນສັນຍານເລີ່ມຕົ້ນຂອງ ການເປັນຫວັດ, ຊຶ່ງອາດເປັນການເຈັບປ່ວຍທີ່ທຸກຄົນຮູ້ຈັກ. ເຖິງວ່າ ໄຂ້ຫວັດທຳມະດາ ຈະບໍ່ຮ້າຍແຮງ ແກ່ຍາວປະມານ 1 ຫາ 2 ອາທິດ, ມັນກໍ່ສາມາດເປັນສາຍເຫດທີ່ພາໃຫ້ເຮົາຕ້ອງ ໄປພົບແພດ ແລະ ຂາດຮຽນ ຫຼື ວຽກໄດ້.
 
ສາຍເຫດ
 
ເຊື້ອໄວຣັສ
ໄວຣັສຫຼາຍກວ່າ 200 ຊະນິດ ທີ່ໄດ້ຖືກຮັບຮູ້ວ່າເປັນສາຍເຫດຂອງໄຂ້ຫວັດທຳມະດາ. ບາງຊະນິດ ເຊັ່ນ rhinoviruses ກໍ່ບໍ່ພາໃຫ້ເຈັບປ່ວຍຮຸນແຮງ, ບາງຊະນິດເຊັ່ນ parainfluenza ແລະ respiratory syncytial virus ພາໃຫ້ເກີດການອັກເສບລະດັບອ່ອນໃນຜູ້ໃຫຍ່ ແຕ່ສາມາດ ພາໃຫ້ເກີດການອັກເສບຮຸນແຮງ ໃນລະບົບຫາຍໃຈສ່ວນລຸ່ມ ໃນເດັກນ້ອຍ.
 
Rhinoviruses (ມາຈາກພາສາເກຼັກ ຊຶ່ງ rhin ແປວ່າ ດັງ) ເປັນສາຍເຫດ ຂອງໄຂ້ຫວັດ ໃນຜູ້ໃຫຍ່ ປະມານ 30% ຫາ 35%, ແລະ ເປັນຫຼາຍໃນຕົ້ນລະດູໃບໄມ້ຫຼົ່ນ, ໃບໄມ້ປົ່ງ ແລະ ລະດູຮ້ອນ. ຫຼາຍກວ່າ 110 ຊະນິດ ຂອງໄລຣັສຊະນິດນີ້ ໄດ້ຖືກຄົ້ນພົບ. ໄວຣັສຊະນິດນີ້ ຂະຫຍາຍຕົວໄດ້ດີທີ່ສຸດ ໃນອຸນນະພູມ ປະມານ 91 ອົງສາຟາເຣັນຣາຍ ຊຶ່ງເປັນອຸນນະພູມ ພາຍໃນດັງຂອງຄົນເຮົາ.
 
ນັກວິທະຍາສາດ ຄິດວ່າ coronaviruses ເປັນສາຍເຫດໃຫຍ່ທີ່ພາໃຫ້ຜູ້ໃຫຍ່ເປັນຫວັດ. ສ່ວນຫຼາຍຈະມັກລະບາດ ໃນລະດູໜາວ ແລະ ຕົ້ນລະດູໃບໄມ້ປົ່ງ. ໄວຣັສນີ້ ມີຫຼາຍກວ່າ 30 ຊະນິດ, 3 ຫຼື 4 ສາມາດຕິດແປດຫາຄົນ. ໄວຣັສຊະນິນີ້ ຍາກຕໍ່ການວິເຄາະ ເພາະວ່າມັນຍາກໃນການເພາະເຊື້ອໃນຫ້ອງວິເຄາະ. ປະມານ 10 ຫາ 15 ເປີເຊັນ ຂອງໄຂ້ຫວັດ ໃນຜູ້ໃຫຍ່ ເກີດຈາກ ໄວຣັສຕ່າງໆເຊັ່ນ: adenoviruses, coxsackieviruses, echoviruses, orthomyxoviruses (ລວມທັງ influenza A ແລະ B ຊຶ່ງເປັນສາຍເຫດຂອງຫວັດ), paramyxoviruses (ລວມທັງ ຊະນິດຕ່າງໆຂອງ parainfluenza), respiratory syncytial virus ແລະ enteroviruses.
 
ສາຍເຫດປະມານ 30 ຫາ 50 ເປີເຊັນ ຂອງໄຂ້ຫວັດໃນຜູ້ໃຫຍ່ ຄາດວ່າເປັນຍ້ອນໄວຣັສ ທີ່ຍັງບໍ່ທັນສາມາດ ຮູ້ໄດ້. ໄວຣັສຊະນິດດຽວກັນ ທີ່ເປັນສາຍເຫດຂອງໄຂ້ຫວັດໃນຜູ້ໃຫຍ່ ກໍ່ພາໃຫ້ເດັກນ້ອຍເປັນຫວັດໄດ້.
 
ອາກາດ
ຍັງບໍ່ທັນມີຫຼັກຖານຢັ້ງຢືນວ່າ ເຮົາສາມາດເປັນໄຂ້ຫວັດໄດ້ຈາກອາກາດເຢັນ ຫຼື ຮ້ອນ.
 
ປັດໃຈອື່ນໆ
ບໍ່ມີຫຼັກຖານທີ່ສາມາດຢັ້ງຢືນວ່າ ໂອກາດທີ່ຄົນເຮົາສາມາດເປັນຫວັດ ກ່ຽວຂ້ອງກັບປັດໄຈ ຕ່າງໆເຊັ່ນ ອອກກຳລັງກາຍ, ການກິນ, ຕ່ອມທອນຊິລໃຫຍ່ ຫຼື ເນື້ອງອກໃນຮູດັງ. ໃນທາງກົງກັນຂ້າມ, ການຄົ້ນຄວ້າ ໄດ້ແນະນຳວ່າ ຄວາມກົດດັນ ແລະ ການແພ້ຕ່າງໆ ທີ່ມີຜົນກະທົບຕໍ່ ດັງ ຫຼື ຄໍ ອາດຈະພາໃຫ້ພະຍາດໄຂ້ຫວັດ ລົບກວນໄດ້.
 
ອາການ
ອາການຈາກການເປັນໄຂ້ຫວັດ ແມ່ນເລີ່ມແຕ່ 2 ຫາ 3 ວັນ ຫຼັງຈາກໄດ້ຮັບເຊື້ອ ແລະ ມັກຈະມີອາການ ດັ່ງນີ້:
  • ນ້ຳມູກໃນດັງ
  • ຫາຍໃຈຜ່ານທາງດັງຍາກ
  • ຊ່ອງດັງຂະຫຍາຍ
  • ຈາມ
  • ເຈັບຄໍ
  • ໄອ
  • ເຈັບຫົວ
 
ອາດຈະມີໄຂ້ອ່ອນໆ ແລະ ສາມາດສູງຂຶ້ນເຖິງ 102 ອົງສາຟາເຣນຮາຍ ໃນແອນ້ອຍ ແລະ ເດັກນ້ອຍ. ອາການໄຂ້ຫວັດ ສາມາດແກ່ຍາວໄດ້ເຖິງ 2 ຫາ 14 ວັນ ແຕ່ສ່ວນຫຼາຍ ກໍ່ຈະຫາຍໄປພາຍໃນເວລາ 1 ອາທິດ. ຖ້າອາການເກີດຂຶ້ນເລື້ອຍໆ ຫຼື ດົນກວ່າ 2 ອາທິດ, ເຈົ້າອາດຈະມີການແພ້ ແລະ ບໍ່ແມ່ນຍ້ອນເປັນໄຂ້ຫວັດ.
ໄຂ້ຫວັດ ບາງເທື່ອອາດຈະພາໃຫ້ເກີດ ການຕິດເຊື້ອຈາກແບັກເຕເຣຍ ໃນຫູສ່ວນກາງ ຫຼື ໂພງຮູດັງ, ຊຶ່ງຕ້ອງການ ການປິ່ນປົວດ້ວຍ ຢາຕ້ານເຊື້ອ. ໄຂ້ສູງ, ມີຕ່ອມຕ່າງໆ ທີ່ໄຄ່ບວມ, ເຈັບໂພງດັງຢ່າງຮຸນແຮງ ແລະ ໄອທີ່ມີເສມຫະ ອາດສະແດງໃຫ້ເຫັນ ອາການສົນ ຫຼື ການເຈັບປ່ວຍທີ່ຮຸນແຮງ ແລະ ເຈົ້າຈຳເປັນຕ້ອງໄດ້ໄປພົບແພດ.
 
ການປິ່ນປົວ
ບໍ່ມີການປິ່ນປົວສຳລັບໄຂ້ຫວັດທຳມະດາ ແຕ່ເຈົ້າສາມາດຫຼຸດຜ່ອນອາການຂອງມັນໄດ້ ໂດຍ:
  • ນອນພັກຜ່ອນ
  • ດື່ມນ້ຳຫຼາຍໆ
  • ອົມນ້ຳເກືອອຸ່ນ ຫຼື ໃຊ້ ສະເປ ສຳລັບແກ້ເຈັບຄໍ
  • ດົມຢາມ່ອງ
  • ໃຊ້ຢາແກ້ປວດ ເຊັ່ນ aspirin, acetaminophen, Tylenol
 
ຂໍ້ຄວນລະວັງ: ການຄົ້ນຄວ້າ ໄດ້ສະແດງໃຫ້ເຫັນເຖິງຄວາມສຳພັນ ຂອງການໃຊ້ຢາແກ້ປວດ aspirin ກັບການພັດທະນາຂອງ ອາການທີ່ສະໝອງ ແລະ ຕັບຖືກທຳລາຍ (Reye’s syndrome) ໃນເດັກນ້ອຍ ທີ່ໄດ້ຮັບການປິ່ນປົວຈາກ ພະຍາດໝາກສຸກໝາກໃສ. Reye’s syndrome ເປັນພະຍາດ ທີ່ບໍ່ຄ່ອຍພົບ ແຕ່ເປັນອັນຕະລາຍສູງ ມັກເກີດກັບເດັກນ້ອຍ ອາຍຸປະມານ 3 ຫາ 12 ປີ. ມັນມີຜົນກະທົບກັບອະໄວຍະວະ ທຸກພາກສ່ວນຂອງຮ່າງກາຍ ແຕ່ສ່ວນຫຼາຍ ແມ່ນສະໝອງ ແລະ ຕັບ. ໃນເດັກນ້ອຍສ່ວນໃຫຍ່ ສາມາດມີຊີວິດລອດ ຈາກພະຍາດນີ້ ແຕ່ມັນສາມາດສ້າງຄວາມເສຍຫາຍແກ່ສະໝອງ ແລະ ອາດເຖິງແກ່ຊີວິດ. ພວກເຮົາແນະນຳບໍ່ໃຫ້ ໃຊ້ຢາ aspirin ກັບເດັກນ້ອຍ ຫຼື ໄວໜຸ່ມ ເພື່ອປິ່ນປົວໄຂ້ຫວັດ.
 
ຢາດີຫວັດທີ່ຊື້ຕາມຮ້ານຂາຍຢາ
ຢາດີຫວັດທີ່ບໍ່ແມ່ນແພດເປັນຜູ້ສັ່ງ ລວມທັງ ຢາບໍ່ໃຫ້ຕັນດັງ ແລະ ຢາດີໄອ ອາດຊ່ວຍຫຼຸດຜ່ອນ ອາການຈາກການເປັນຫວັດ ແຕ່ບໍ່ຊ່ວຍປ້ອງກັນ ຫຼື ເຮັດໃຫ້ການເປັນຫວັດດີໄວຂຶ້ນ. ນອກຈາກນັ້ນ ຢາບາງຊະນິດ ຍັງມີຜົນຂ້າງຄຽງເຊັ່ນ ງ້ວງນອນ, ວິນວຽນ, ນອນບໍ່ຫຼັບ ຫຼື ເຈັບທ້ອງ, ດັ່ງນັ້ນ ຄວນໃຊ້ຢ່າງລະມັດລະວັງ.
 
ຢາປະເພດ antihistamines ຕາມຮ້ານຂາຍຢາ
ຢາປະເພດ antihistamines ທີ່ບໍ່ແມ່ແພດເປັນຜູ້ສັ່ງ ອາດຊ່ວຍຫຼຸດຜ່ອນອາການຂອງຫວັດ ເຊັ່ນ ນ້ຳມູກໄຫຼ ແລະ ຕາຊຸ່ມ.
 
ຢາຕ້ານເຊື້ອ
ຫ້າມບໍ່ໃຫ້ໃຊ້ຢາຕ້ານເຊື້ອ ເພື່ອປົວໄຂ້ຫວັດ ເພາະວ່າ ມັນບໍ່ສາມາດຂ້າໄວຣັສໄດ້. ເຈົ້າຄວນໃຊ້ຢາຕ້ານເຊື້ອ ຕາມທີ່ແພດສັ່ງເທົ່ານັ້ນ ຖ້າວ່າເຈົ້າ ມີອາການສົນ ຍ້ອນການຕິດເຊື້ອ ຈາກແບກເຕເຣຍ ເຊັ່ນ ໂພງດັງອັກເສບ (sinusitis) ຫຼື ຫູອັກເສບ. ນອກຈາກນັ້ນ, ກໍ່ບໍ່ຄວນ ໃຊ້ຢາຕ້ານເຊື້ອ ເພື່ອປ້ອງກັນ ເພາະ ມັນບໍ່ສາມາດປ້ອງກັນການຕິດເຊື້ອໄດ້.
 
ຮົມອາຍນ້ຳ
ເຖິງແມ່ນວ່າ ການຫາຍໃຈເອົາອາຍນ້ຳເຂົ້າ ອາດຈະຊ່ວຍຫຼຸດຜ່ອນອາການຫາຍໃຈຍາກ, ຊ່ຽວຊານດ້ານສຸຂະພາບ ໄດ້ພົບວ່າ ວິທີນີ້ ບໍ່ແມ່ນການຮັກສາທີ່ມີປະສິດທິພາບ.
 
ການປ້ອງກັນ
ມີຫຼາຍວິທີ ທີ່ຊ່ວຍໃຫ້ປ້ອງກັນ ຈາກການເປັນໄຂ້ຫວັດ ຫຼື ຕິດແປດຫາຜູ້ອື່ນ.
  • ຍ້ອນວ່າ ພະຍາດຫວັດ ໃນມືຂອງເຈົ້າ ສາມາດເຂົ້າຫາຮ່າງກາຍຢ່າງງ່າຍດາຍ ຜ່ານທາງຕາ ແລະ ດັງ, ພະຍາຍາມຢ່າເອົາມື ໄປໃກ້ສ່ວນດັ່ງກ່າວ
  • ຖ້າເປັນໄປໄດ້ ຫຼີກລ້ຽງ ການຢູ່ໃກ້ກັບຄົນທີ່ເປັນຫວັດ
  • ຖ້າເຈົ້າເປັນຫວັດ ຫຼີກລ້ຽງຢູ່ໃກ້ຄົນອື່ນ
  • ເວລາຈາມ ຫຼື ໄອ, ປິດດັງ ແລະ ປາກຂອງເຈົ້າ
 
ລ້າງມື
ລ້າງມືດ້ວຍສະບູ່ ແລະ ນ້ຳ ເປັນວິທີທີ່ງ່າຍ ແລະ ມີປະສິດທິພາບທີ່ສຸດ ໃນການປ້ອງກັນຫວັດ ແລະ ບໍ່ໃຫ້ມັນແຜ່ໄປຫາຄົນອື່ນ. ໃນລະດູໄຂ້ຫວັດແຜ່ລະບາດ, ຄວນລ້າງມືເລື້ອຍໆ ແລະ ສອນໃຫ້ເດັກນ້ອຍໃຫ້ເຮັດຄືກັນ.
 
ຂ້າເຊື້ອພະຍາດ
ໄວຣັສ Rhinoviruses ສາມາດມີຊີວິດຢູ່ໜັງຂອງເຮົາໄດ້ ສູງສຸດ 3 ຊົ່ວໂມງ. ມັນສາມາດມີຊີວິດ ສູງສຸດ 3 ຊົ່ວໂມງ ໃນສິ່ງຂອງຕ່າງໆ ເຊັ່ນ ໂທລະສັບ ແລະ ຮາວຈັບຂັ້ນໄດ. ເຮັດຄວາມສະອາດ ສິ່ງຂອງຕ່າງໆ ດ້ວຍ ນ້ຳຢາຂ້າເຊື້ອໂລກສາມາດ ຊ່ວຍປ້ອງກັນການແຜ່ພັນຂອງພະຍາດໄດ້.
 
ວິທີການປ້ອງກັນ (ບໍ່ທັນໄດ້ພິສູດ)
ດອກ Echinacea
ເປັນສະໝູນໄພທີ່ຫຼາຍຄົນໃຊ້ເພື່ອປິ່ນປົວໄຂ້ຫວັດ. ນັກຄົ້ນຄວ້າ ໄດ້ຄົ້ນພົບວ່າ ສະໝູນໄພອາດຈະ ຊ່ວຍປິ່ນປົວໄຂ້ຫວັດໄດ້ ໃນໄລຍະເລີ່ມຕົ້ນ ແຕ່ມັນບໍ່ສາມາດປ້ອງກັນໄດ້.
 
ວິຕາມິນເຊ
ຫຼາຍຄົນຄິດວ່າ ກິນວິຕາມິນເຊຈຳນວນຫຼາຍສາມາດປ້ອງກັນໄຂ້ຫວັດ ຫຼື ຫຼຸດຜ່ອນອາການ ຂອງມັນໄດ້. ເພື່ອທົດສອບທິດສະດີນີ້ ມີການສຶກສາ ແລະ ຄົ້ນຄວ້າຫຼາຍເທື່ອ ທີ່ມີເດັກນ້ອຍ ແລະ ຜູ້ໃຫຍ່ມາກ່ຽວຂ້ອງ. ມາຮອດປະຈຸບັນນີ້ ຍັງບໍ່ທັນມີ ຂໍ້ມູນທີ່ສາມາດສະຫຼຸບໄດ້ ຢ່າງຈະແຈ້ງວ່າ ການກິນວິຕາມິນເຊຈຳນວນຫຼາຍ ຈະຊ່ວຍປ້ອງກັນໄຂ້ຫວັດໄດ້.
 
ກິນວິຕາມິນເຊຈຳນວນຫຼາຍເປັນເວລາດົນນານ ອາດເປັນອັນຕະລາຍ ເຊັ່ນ ວິຕາມິນເຊ ສາມາດ ພາໃຫ້ເປັນຖອກທ້ອງ ຊຶ່ງເປັນອັນຕະລາຍ ສຳລັບຜູ້ສູງອາຍຸ ແລະ ເດັກນ້ອຍ.


ຂໍ້ມູນ - 2006-11-14
   
    ສະໜັບສະໜູນໂດຍ: ບັນດາເພື່ອນຮ່ວມງານ ໃນຂະແໜງນ້ຳ ແລະ ສຸຂະອະນາໄມ.
© 2006-2007 ສະຫງວນລິຂະສິດໂດຍ: ສ.ອ.ນ, ສປປລາວ.
ອອກແບບ, ພັດທະນາ ແລະ ບຳລຸງຮັກສາໂດຍ: Cyberia - ວຽງຈັນ, ສປປລາວ.