ວັນທີ : 07-01-2009
ເວລາ : 03:48:11
ພາສາ
 
    ບໍ່ຄວນຊື້ຂະໜົມ, ນົມ ຫຼື ນົມຝຸ່ນ ຜະລິດໂດຍ Mengnui Diary Group ແລະ Yili Industrial Company ຂອງປະເທດຈີນ  
 
     
 
 
 
 
ຊອກຫາແບບພິເສດ
     
 
     
 
 
 
ພະນັກງານ ສ.ອ.ນ ເຂົ້າຮັບການຝຶກອົບຮົມດ້ານການອອກແບບ ແລະ ບຳລຸງຮັກສາເວັບໄຊທ໌ Print Article Send to friend ຖືກອ່ານ 1244 ຄັ້ງ
ການຝຶກອົບຮົມດ້ານການອອກແບບ ແລະ ບຳລຸງຮັກສາເວັບໄຊທ໌ ໄດ້ເລີ່ມແຕ່ວັນທີ 27 ກໍລະກົດ ເຖິງ ວັນທີ 7 ສິງຫາ 2006 ໂດຍ ບໍລິສັດ ໄຊເບີເຣຍ ຈຳກັດ, ຊຶ່ງການຝຶກອົບຮົມຄັ້ງນີ້ເປັນສ່ວນໜຶ່ງໃນວຽກງານ ພັດທະນາເວັບໄຊທ໌ ສົ່ງເສີມ ສຸຂະພາບ ຂອງ ສປປ ລາວ ໂດຍການສະໜັບສະໜູນຈາກ ໂຄງການນ້ຳ ແລະ ອະນາໄມ-ອາຊີຕາເວັນອອກ ແລະ ປາຊີຟິກຂອງທະນາຄານໂລກ (WSP-EAP).

ຈຸດປະສົງຫຼັກຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຝຶກໃຫ້ ພະນັກງານຂອງ ສ.ອ.ນ (ທິມງານບໍລິຫານເວັບໄຊທ໌) ສາມາດປັງປຸງແກ້ໄຂ ແລະ ບໍລິຫານຂໍ້ມູນ ຂອງເວັບໄຊທ໌ ສົ່ງເສີມສຸຂະພາບ ຂອງສປປ ລາວ (http://www.health.gov.la) ພາຍຫຼັງການເປີດໃຊ້.
ຜູ້ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ມີທັງໝົດ 7 ຄົນ ຊຶ່ງໃນນີ້ 5 ຄົນ ແມ່ນໄດ້ຖືກຄັດເລືອກຈາກພະແນກຕ່າງໆ ພາຍໃນສູນ ແລະ ສ່ວນທີ່ເຫຼືອແມ່ນມາຈາກ WSP-EAP ຫ້ອງການປະຈຳ ສປປ ລາວ.

ເນື້ອໃນຂອງການຝຶກອົບຮົມປະກອບມີ ຄວາມຮູ້ເບື້ອງຕົ້ນກ່ຽວກັບອິນເຕີເນັດ, ຂະບວນການອອກແບບ ແລະ ພັດທະນາເວັບໄຊທ໌, ພາສາ HTML, ການນຳໃຊ້ໂປຣແກຣມຕົບແຕ່ງຮູບພາບ ເຊັ່ນ Macromedia Fireworks ແລະ Adobe Photoshop, ສ້າງພາບເຄື່ອນໄຫວ, ນຳໃຊ້ໂປຣແກຣມສ້າງເວັບໄຊທ໌ ເຊັ່ນ Macromedia Dreamweaver, ບໍລິຫານ ລະບົບຖານຂໍ້ມູນ, ແລະ ການສົ່ງເສີມການຕະຫຼາດໃຫ້ແກ່ ເວັບໄຊທ໌ ເພື່ອສ້າງຄວາມຍືນຍົງ.

ພາຍຫຼັງການຝຶກອົບຮົມ ຜູ້ຮັບການຝຶກອົບຮົມສາມາດນຳໃຊ້ສິ່ງທີ່ໄດ້ຮຽນມາ ເຂົ້າໃນການບຳລຸງຮັກສາ ເວັບໄຊທ໌ສົ່ງເສີມສຸຂະພາບ ຂອງ ສປປ ລາວ ຢ່າງມີປະສິດທິພາບ.


ຂໍ້ມູນ - 2006-08-15
   
    ສະໜັບສະໜູນໂດຍ: ບັນດາເພື່ອນຮ່ວມງານ ໃນຂະແໜງນ້ຳ ແລະ ສຸຂະອະນາໄມ.
© 2006-2007 ສະຫງວນລິຂະສິດໂດຍ: ສ.ອ.ນ, ສປປລາວ.
ອອກແບບ, ພັດທະນາ ແລະ ບຳລຸງຮັກສາໂດຍ: Cyberia - ວຽງຈັນ, ສປປລາວ.