ວັນທີ : 06-01-2009
ເວລາ : 21:17:44
ພາສາ
 
    ບໍ່ຄວນຊື້ຂະໜົມ, ນົມ ຫຼື ນົມຝຸ່ນ ຜະລິດໂດຍ Mengnui Diary Group ແລະ Yili Industrial Company ຂອງປະເທດຈີນ  
 
     
 
 
 
 
ຊອກຫາແບບພິເສດ
     
 
     
 
 
 
ອາຫານການກິນ ເພື່ອຄວາມງາມ Print Article Send to friend ຖືກອ່ານ 1368 ຄັ້ງ
  • ເວລາດື່ມນໍ້າສະອາດ ຫຼື ນໍ້າໜາກໄມ້ສົດ ໃຫ້ບີບໜາກນາວ ໃສ່ປະມານ 2-3 ຢອດ ຫຼື ຊອຍບາງໆໃສ່ ເຮັດໃຫ້ເປັນນິໃສ ເພື່ອເພີ່ມວິຕາມິນຊີ ໃຫ້ຮ່າງກາຍ
  • ຖ້າທ່ານອອກກໍາລັງກາຍສະໜໍ່າສະເໜີ ໃນແຕ່ລະວັນ ແລະ ເຮັດວຽກທີ່ຕ້ອງໄຊ້ພະລັງງານ ພໍສົມຄວນ ກໍ່ສາມາດກິນໄຂ່ໄດ້ ອາທິດ ລະ 3 ໜ່ວຍ ເວັ້ນແຕ່ທ່ານຈະຢູ່ໃນເກນ ທີ່ຕ້ອງລະວັງຄໍເຣສເຕີຮອລ
  • ເປືອກຂອງຜັກແຕ່ລະຊະນິດນັ້ນ ມີປະໂຫຍດ ເພາະອຸດົມໄປດ້ວຍຄຸນຄ່າ ຂອງວິຕາມິນແຮ່ທາດຕ່າງໆ, ຫາກກິນໄດ້ທັງເປືອກກໍ່ຄວນກິນ ບໍ່ຕ້ອງປອກເປືອກຖິ້ມ ເຊັ່ນ: ໝາກແຕງ, ກະລົດ, ມັນຝະລັ່ງ , ແອບເປີ້ນ, ແຕ່ຕ້ອງລ້າງໃຫ້ສະອາດກ່ອນ
  • ເວລາກິນສະລັດຜັກ ເພື່ອສຸຂະພາບ ຄວນໄຊ້ນໍ້າມັນໝາກກອກ ຫຼື ນໍ້າມັນງາ ປະສົມຜັກ ແທນທີ່ຈະໄຊ້ນໍ້າມັນສະລັດປຸງລົດ ເພາະມີໄຂມັນສູງກ່ວາ. ນໍ້າມັນໝາກກອກ ແລະ ນໍ້າມັນງານັ້ນ ບໍ່ເຮັດໃຫ້ຕຸ້ຍ ແລະ ຍັງຊ່ວຍໃຫ້ຜິວດີ ແລະ ລໍາໄສ້ສະອາດອີກດ້ວຍ.
  • ໃນຊ່ວງລະດູຮ້ອນ ຄວນເລືອກກິນອາຫານໃຫ້ເປັນ ເລືອກກິນອາຫານ ທີ່ບໍ່ມີຄວາມຮ້ອນສູງຫຼາຍ ກິນໝີ່ເຢັນ ຊຸບຜັກແຊ່ເຢັນ ຜັກສະລັດແຊ່ເຢັນ, ຂະໜົມ, ນໍ້າຫວານໃສ່ນໍ້າກ້ອນ, ກະແລ້ມ. ຄວນຫຼີກລ້ຽງ ອາຫານຮ້ອນໆ ເດືອດໆ ໃນແຕ່ລະມື້.
  • ເວລາປຸງອາຫານບໍ່ຄວນໄຊ້ນໍ້າມັນຫຼາຍ ການຂົ້ວຕຈ່າງໆໄຊ້ນໍ້າມັນ 2-3 ບ່ວງແກງກໍ່ພໍແລ້ວ ຄວນໄຊ້ໝໍ້ເຄືອບ ເພື່ອທີ່ຈະຕ້ອງບໍ່ໄຊ້ນໍ້າມັນຫຼາຍໆ.
  • ຫຍໍ້າອາຫານໃຫ້ດົນໆ ໃນແຕ່ລະເທື່ອ ຫຍໍ້າຊ້າ ໆ ຫຍໍ້າໃຫ້ລະອຽດເຖິງ 25 ເທື່ອ ກໍ່ຈະຮັບຮູ້ລົດຊາດຂອງ ອາຫານທຸກຊະນິດທີ່ຫຍໍ້າກ່ອນກືນ ເພື່ອຊ່ອຍໃຫ້ຍ່ອຍງ່າຍ ແລະ ດູດຊືມໄດ້ດີອີກດ້ວຍ.
  • ໃບຂອງຜັກຕ່າງໆ ທີ່ຫໍ່ຢູ່ດ້ານນອກ ເຊັ່ນ ກະລໍ່າປີ, ຜັກສະລັດ, ຜັກກາດຂາວ ລ້ວນມີຄຸນຄ່າ ສານອາຫານ ທີ່ມີປະໂຫຍດ ຄວນລ້າງໃຫ້ສະອາດ ແລ້ວນໍາມາກິນໄດ້ ບໍ່ຕ້ອງຖິ້ມ ເຖິງວ່າໃບຜັກດ້ານນອກຈະຊໍ້າແດ່.
  • ໃນແຕ່ລະມື້ ຢ່າກິນເກືອຫຼາຍ ເພາະໝາກໄຂ່ຫຼັງຂອງທ່ານຈະເຮັດວຽກໜັກຫຼາຍຂື້ນ, ຜິວພັນກໍ່ຈະມີຮອຍດ່າງໄດ້ງ່າຍ. ໃນນີ້ໝາຍເຖິງ ຂະໜົມ ແລະ ອາຫານຫວ່າງທີ່ມີລົດເຄັມ.
  • ຄວນກິນຊີ້ນໃຫ້ໜອ້ຍລົງ, ເພີ່ມການກິນປາ ແລະ ຜັກຕ່າງໆ ໃຫ້ຫຼາຍຂື້ນ ໃນການຈັດເມນູອາຫານແຕ່ລະວັນ. 
  • ດື່ມນໍ້າສະອາດມື້ລະ 8-10 ຈອກ ບໍ່ຄວນດື່ມນໍ້າອັດລົມ ແລະ ກາເຟ. ຖ້າຢາກດື່ມແທ້ໆ ກໍ່ຄວນດື່ມ 2 ເທື່ອ ຕໍ່ອາທິດ.
  • ເວລາດື່ມໂຢເກິດ ຫຼື ກະແລ້ມ ໃຫ້ຕື່ມໝາກໄມ້ສົດໆ ລົງໄປໂດຍຊອຍເປັນຕ່ອນນ້ອຍໆ ເຊັ່ນ: ໝາກຈຽງ, ໝາກກ້ຽງ, ໝາກຫຸ່ງ, ສະຕໍເບີລີ, ໝາກກ້ວຍ ມັນຈະມີລົດຊາດດີຂື້ນ ຍັງຊ່ວຍໃຫ້ຜິວພັນງາມ ສຸຂະພາບດີຂື້ນ ແຄຣລໍລີ້ໜ້ອຍ ກິນແລ້ວອີ່ມແຕ່ບໍ່ຕຸ້ຍ
  • ບາງຄັ້ງ ຖ້າເມື່ອຍກິນຜັກສົດ ກໍ່ລອງບີບນໍ້າຜັກດື່ມສົດໆ ເພື່ອສຸຂະພາບ ຫຼື ຄວາມງາມ ໂດຍເອົາໝາກນັດ ຫຼື ໝາກກ້ຽງຈັກປ່ຽງໜື່ງ ເພື່ອມາຕັດ ລົດຊາດຂອງຜັກ.
  • ໝັ່ນກິນຕັບ ຫຼື ເຫັດຫອມ ທຸກໆ ອາທິດ ໄຊ້ວິທີລວກ ຫຼື ອົບກໍ່ໄດ້, ອາຫານສອງຢ່າງນີ້ດີຕໍ່ທ່ານຍິງ ເພາະມີທາດເຫຼັກສູງ. 
  • ຖົ່ວງອກບໍ່ເຮັດໃຫ້ຕຸ້ຍ ເພາະແຄຣລໍລີ້ໜ້ອຍ ຂົ້ວໃສ່ກັບເລືອດໝູ ຫຼື ເຮັດແກງຈືດ ຫຼື ເຮັດເປັນສະລັດກໍ່ໄດ້ ເວລາກິນເຝີ ກໍ່ໃຫ່ໃສ່ ຖົ່ວງອກ ຫລາຍເປັນພິເສດ.
  • ອາຫານຫວ່າງ ທີ່ຄວນກິນເປັນປະຈໍາ ແທນເຂົ້າໜົມຕ່າງໆ ກໍ່ຄື: ເມັດດອກຕາເວັນ, ເມັດໝາກອຶ, ລະແຊ້ງແຫ້ງ, ສາຫຼ່າຍທະເລອົບແຫ້ງ ແລະ ຜັກສົດແຊ່ເຢັນ ເຊັ່ນ: ໝາກເລັ່ນ, ໝາກແຕງ ແລະ ແຄຣລອດ.
  • ເມນູທີ່ນາງແບບຜິວງາມ ນິຍົມກິນກັນຫຼາຍກໍ່ຄື: ຊຸບຜັກໂຫມ ຊຸບມັນຝະລັງ ແລະ ແຄຣລອດ ຫຼື ເຮົາຈະເອົາຜັກໂຫມ ມາຕົ້ນກິນເປັນແກງຈືດ ກິນເປັນປະຈໍາກໍ່ໄດ້.
  • ຖ້າຈະກິນຂະໜົມປັງ ຄວນເລືອກ ຂະໜົມປັງໂຮລຫວີດ ຫຼື ຂະໜົມປັງສີນໍ້າຕານ ທີ່ເຮັດຈາກພືດ ຂະໜົມປັງ ໂຮມຫວີດ ມີຄຸນຄ່າທາງອາຫານສູງ ແລະ ຖ້າຈະກິນກັບເນີຍຖົ່ວ ກໍ່ໄດ້ປະໂຫຍດຫຼາຍ.
  • ອາຫານຂອງຜິວ ທີ່ໜ້າສົນໃຈອີກຢ່າງໜື່ງ ກໍ່ຄືນໍ້າຕານຊາຍຂາວນີ້ເອງ ຕັກໃສ່ຖ້ວຍນ້ອຍໆນໍາມາຂັດຜິວ ທົ່ວຮ່າງກາຍ ຕອນອາບນໍ້າ ເຮັດທຸກອາທິດ ຜິວຈະກ້ຽງ ແລະ ເປັ່ງປັ່ງຂື້ນ.
  • ອາຫານບໍາລຸງຜິວ ໃນຍາມລະດູໜາວ ທີ່ຜິວແຕກແຫ້ງທົ່ວຮ່າງກາຍ ຄືນໍ້າມັນໝາກກອກບໍລິສຸດ ພຽງ ½ ຖ້ວຍ ເທປະສົມກັບນໍ້າອຸ່ນ ແລ້ວນອນແຊ່ປະມານ 10 ນາທີ.
  • ອາຫານບໍາລຸງຜິວແບບງ່າຍໆ ຄືໄຂ່ໄກ່ 2 ໜ່ວຍຕີໃສ່ຖ້ວຍ ເອົາໃສ່ຜົມ ແລ້ວໝັກໄວ້ 3-4  ນາທີ ຈິ່ງລ້າງນໍ້າ ອອກໃຫ້ ສະອາດ ເຮັດເດືອນລະ 2 ເທື່ອ ຜົມຈະແຂງແຮງບໍ່ຫລົ່ນງ່າຍ.


ຂໍ້ມູນ - 2006-08-17
   
    ສະໜັບສະໜູນໂດຍ: ບັນດາເພື່ອນຮ່ວມງານ ໃນຂະແໜງນ້ຳ ແລະ ສຸຂະອະນາໄມ.
© 2006-2007 ສະຫງວນລິຂະສິດໂດຍ: ສ.ອ.ນ, ສປປລາວ.
ອອກແບບ, ພັດທະນາ ແລະ ບຳລຸງຮັກສາໂດຍ: Cyberia - ວຽງຈັນ, ສປປລາວ.