ວັນທີ : 06-01-2009
ເວລາ : 21:21:46
ພາສາ
 
    ບໍ່ຄວນຊື້ຂະໜົມ, ນົມ ຫຼື ນົມຝຸ່ນ ຜະລິດໂດຍ Mengnui Diary Group ແລະ Yili Industrial Company ຂອງປະເທດຈີນ  
 
     
 
 
 
 
ຊອກຫາແບບພິເສດ
     
 
     
 
 
 
ການບໍລິຫານຫລຸດກົກຂາ Print Article Send to friend ຖືກອ່ານ 1322 ຄັ້ງ
ການບໍລິຫານຫລຸດກົກຂາ (1)

1.  ນັ່ງຢຽດຂາຕາມສະບາຍ ຂົດຂາຂ້າງໜື່ງພ້ອມກັບດຶງເຂົ້າຫາລໍາໂຕ ກົດປາຍຕີນ ແນບໃສ່ລໍາໂຕ
2.  ນັ່ງຂົດຂາເຂົ້າໃນ ແລະ ກາງມືອອກ ຮັບນໍ້າໜັກຕີນໄປທີ່ພື້ນ
3.  ນອນແຄງດັດຂາ ໂດຍກົດປາຍຕີນເຂົ້າຫາສະໂພກ

ການບໍລິຫານຫລຸດກົກຂາ (2)

1.  ກົ້ມໂຕລົງ ໃຊ້ແຂນສອກ ແລະ ຫົວເຂົ່າຮັບນໍ້າໜັກ
2.  ຍົກຂາຂ້າງໃດຂ້າງໜື່ງ ຢຽດໃຫ້ຊື່ ເຮັດສະລັບກັນແນວນີ້ 10 - 15 ເທື່ອ
3.  ນອນ ຫຼື ນອນແຄງປະຕິບັດຕາມຂັ້ນຕອນ(ດັ່ງຮູບ) 10 -15 ເທື່ອ


ບໍລິຫານກົກຂາ (3)

1.  ນັ່ງຢຽດຂາຂ້າງໜຶ່ງ ແລະ ຂົດຂາເຂົ້າໜື່ງຂ້າງ ກົ້ມໂຕລົງ ຈະຮູ້ສຶກເຂັ່ງຕຶງທີ່ກົກຂາ

2.  ຢູ່ໃນທ່າຄຸເຂົ່າ ແລະ ຂາອີກຂ້າງໜື່ງຕັ້ງສາກກັບພື້ນ ໃຊ້ມືຈັບປາຍຕີນດຶງເຂົ້າຫາໂຕ
3.  ນອນຫງາຍຊັນຫົວເຂົ່າຂື້ນ ແລະໃຊ້ມືຈັບປາຍຕີນຂ້າງໜື່ງຢຽດຂື້ນໃຫ້ສູງໆ ເຮັດສະລັບກັນທັງສອງຂ້າງ
4.  ນັ່ງເຕັງສົ້ນໜ່ອງ ໃຊ້ມືດັນພື້ນໄວ້ ຖິ້ມນໍ້າໜັກໂຕລົງໃສ່ມືທັງສອງຂ້າງ 
5.  ນັ່ງຢຽດຂາ ຫັກຂໍ້ຕີນຂື້ນລົງຫລາຍໆເທື່ອ


ບໍລິຫານກົກຂາ (4)

1.  ຢືນພັກຂາ ແລະ ຍົກຂາໃນຈັງຫວະຕໍ່ໄປ ເຮັດປະມານ 10 -15 ເທື່ອ (ດັ່ງຮູບ)


2.  ຢືນຄໍ້າແອວ ແລະ ໂດດສະລັບຂາ ເຮັດປະມານ 10 – 15 ເທື່ອ



   

ສະໜັບສະໜູນຜູ້ສາທິດ ແລະ ສະຖານທີ່ໂດຍໂຮງແຮມ ລາວພລາຊາ



ຂໍ້ມູນ - 2006-08-17
   
    ສະໜັບສະໜູນໂດຍ: ບັນດາເພື່ອນຮ່ວມງານ ໃນຂະແໜງນ້ຳ ແລະ ສຸຂະອະນາໄມ.
© 2006-2007 ສະຫງວນລິຂະສິດໂດຍ: ສ.ອ.ນ, ສປປລາວ.
ອອກແບບ, ພັດທະນາ ແລະ ບຳລຸງຮັກສາໂດຍ: Cyberia - ວຽງຈັນ, ສປປລາວ.