ວັນທີ : 07-01-2009
ເວລາ : 03:21:59
ພາສາ
 
    ບໍ່ຄວນຊື້ຂະໜົມ, ນົມ ຫຼື ນົມຝຸ່ນ ຜະລິດໂດຍ Mengnui Diary Group ແລະ Yili Industrial Company ຂອງປະເທດຈີນ  
 
     
 
 
 
 
ຊອກຫາແບບພິເສດ
     
 
     
 
 
 
ປາທູໜື້ງໜາກນາວ Print Article Send to friend ຖືກອ່ານ 1450 ຄັ້ງ

 

ສ່ວນປະກອບ

ປາທູສົດ ນໍ້າໜັກໂຕລະ 200 ກຼາມ 3 ໂຕ
ໜາກເຜັດຊອຍ 2 ບ່ວງແກງ
ຜັກບົ່ວຫົວນ້ອຍຊອຍ 3 ບ່ວງແກງ
ກະທຽມຊອຍ 3 ບ່ວງແກງ
ນໍ້າໜາກນາວ 4 ບ່ວງແກງ
ນໍ້າຊະອິ້ວ 2 ບ່ວງແກງ
ນໍ້າຕານ 1 ບ່ວງຊາ
ໜາກນາວຊອຍບາງໆ ແລະ ຍອດຜັກຕັ້ງສ້າຍສໍາລັບຕົກແຕ່ງ  
   
ວິທີເຮັດ
o ລ້າງປາທູ ຈາກນັ້ນເອົາເຫງືອກ ແລະ ໄສ້ ອອກໃຫ້ໝົດ ລ້າງອີກເທື່ອໜຶ່ງ ໃຫ້ສະອາດໃສ່ຈານປະໄວ້ .
o ເຮັດນໍ້າປຸງລົດ ໂດຍປະສົມ ໜາກເຜັດ , ຫອມແດງ , ກະທຽມ , ນໍ້າໝາກນາວ , ຊະອິ້ວຂາວ ແລະ ນໍ້າຕານໃຫ້ເຂົ້າກັນ.
o ເອົາປາທູໃສ່ຖາດໄປໜຶ້ງ ເຮັດໄຟແຮງໆ ປະມານ 8 ນາທີ ຫຼື ຈົນສຸກ ເປີດຝາ ເທນໍ້າປຸງລົດລາດ ປິດຝາໜຶ້ງຕໍ່ອີກ  2 ນາທີຍົກລົງ ແລ້ວຕົກແຕ່ງດ້ວຍໜາກນາວຊອຍເປັນແຜ່ນບາງໆ ແລະ ຍອດຜັກຕັ້ງສ້າຍເສີບຕອນຮ້ອນໆ.

(ສໍາລັບ 3 ຄົນຮັບປະທານ )


ຂໍ້ມູນ - 2006-08-22
   
    ສະໜັບສະໜູນໂດຍ: ບັນດາເພື່ອນຮ່ວມງານ ໃນຂະແໜງນ້ຳ ແລະ ສຸຂະອະນາໄມ.
© 2006-2007 ສະຫງວນລິຂະສິດໂດຍ: ສ.ອ.ນ, ສປປລາວ.
ອອກແບບ, ພັດທະນາ ແລະ ບຳລຸງຮັກສາໂດຍ: Cyberia - ວຽງຈັນ, ສປປລາວ.