ວັນທີ : 07-01-2009
ເວລາ : 04:00:11
ພາສາ
 
    ບໍ່ຄວນຊື້ຂະໜົມ, ນົມ ຫຼື ນົມຝຸ່ນ ຜະລິດໂດຍ Mengnui Diary Group ແລະ Yili Industrial Company ຂອງປະເທດຈີນ  
 
     
 
 
 
 
ຊອກຫາແບບພິເສດ
     
 
     
 
 
 
ຜົນກະທົບຂອງຢາ Print Article Send to friend ຖືກອ່ານ 1023 ຄັ້ງ
ຄວາມຈິງກ່ຽວກັບຢາ
1. ຢາກະຕຸ້ນ
ແອມແຟຕາມີນ: ຢາບ້າ ແລະ ຢາມ້າຮູບແບບຂອງມັນ:

ເປັນຜົງ ມັກມີໃນຮູບແບບເປັນກ້ອນ ຫລື ເມັດ ຫລື ແບບ ແຄບຊູນ.

ວິທີການໃຊ້ມັນ:
ສ່ວນຫລາຍແລ້ວ ຈະແມ່ນ " ໄລ່ພະຍານາກ " (ຊຶ່ງແມ່ນເອົາກໍ້ໃຊ້ເຈັ້ຍອາລູມີນຽມ ແລ້ວຈູດດູດຄືຢາ). ຫລື ວ່າກິນກັບນ້ຳ, ເບຍ ຫລືເຫລົ້າອື່ນ, ຫລືສັກໃສ່ເສັ້ນເລືອດ.

ຜົນຂອງມັນ:
o ເຮັດໃຫ້ຮູ້ສຶກກຽມພ້ອມ ແລະ ເຂົ້າກັບສະພາບແວດລ້ອມ ແລະ ຄົນອື່ນ.
o ສຽງ ສີ ແລະ ອາລົມເບິ່ງຄືຮຸນແຮງກວ່າເກົ່າ
o ມີພະລັງຊຶ່ງຫມາຍຄວາມວ່າເຮັດໃຫ້ເຕັ້ນລຳຫລືເຮັດອື່ນໆໄດ້ດົນ
o ຖ້າກິນກັບນ້ຳດື່ມຫລືນ້ຳອື່ນໆ, ຜົນຈະເກີດຊ້າກວ່າ ແຕ່ຢູ່ຍາວ ລະຫວ່າງ 3 ຫາ 6 ຊົ່ວໂມງ.
o ຖ້າສືບດົມເຂົ້າໄປ ຫລື ສັກ ມັນຈະໄປຮອດສະຫມອງໂລດ, ເຣັ້ດໃຫ້ມີພະລັງເປັນວູບ ແລະ ຕິດຕາມດ້ວຍການຊືມເສົ້າ.

ການສ່ຽງ:
o ໃນຄະນະທີ່ຢາບ້າກຳລັງເຮັດວຽກ, ເຈົ້າອາດຈະຮູ້ສຶກຄືຄາງກະໄຕຫົດເຂົ້າ, ປວດຮາກ, ເຫື່ອອອກ ແລະ ຫົວໃຈເຕັ້ນ ແຮງຂຶ້ນ
o ຢາບ້າມີຜົນກະທົບຕໍ່ລະບົບຮັກສາອຸນຫະພູມຂອງຄົນ. ຖ້າເຕັ້ນລຳດົນໂດຍບໍ່ມີການດື່ມນ້ຳ ອຸນຫະພູມໃນຮ່າງກາຍຈະສູງ ຂຶ້ນ ແລະ ເຮັດໃຫ້ຮ່າງກາຍຂາດນ້ຳ. ອັນນີ້ແມ່ນເຖິງຕາຍໄດ້. ສະນັ້ນຕ້ອງກິນນ້ຳດື່ມ ຫລື ນ້ຳຫວານທຸກໆຊົ່ວໂມງຖ້າກິນຢາ ບ້າແລ້ວຍັງເຕັ້ນ ລຳຢູ່.
o ເວລາທີ່ " ລົງມາ " ເຈົ້າຈະຮູ້ສຶກເມື່ອຍ ແລະ ມີອາການຊືມເສົ້າຫລາຍມື້ຕໍ່ກັນ.
o ຄວາມດັນເລືອດອາດສູງຂຶ້ນກະທັນຫັນກໍ່ໄດ້
o ເຈົ້າອາດທຳລາຍຕັບ ແລະ ຫມາກໄຂ່ຫລັງຕົນເອງໄດ້
o ບາງຄົນກໍຕາຍຍ້ອນການໃຊ້ຢາບ້າ
o ບາງຄົນກໍມີບັນຫາສະຫມອງ ໂລກຈິດຍ້ອນການໃຊ້ຢາບ້າ.

ນິໂກທີນ: ຢາກອກ ແລະ ຢາເສັ້ນ
ຮູບແບບຂອງມັນ: ເປັນເສັ້ນ ຫລື ເປັນກອກ

ວິທີການໃຊ້ມັນ: ສູບ!

ຜົນຂອງມັນ:
o ກະຕຸ້ນປະສາດສູນກາງ ເຮັດໃຫ້ຮູ້ສຶກກຽມພ້ອມຕື່ນຂຶ້ນກວ່າເກົ່າ
o ເຮັດໃຫ້ຫົວໃຈເຕັ້ນໄວຂຶ້ນ ແລະ ຄວາມດັນເລືອດສູງຂຶ້ນ
o ຖ້າໃຊ້ເທື່ອທຳອິດ ອາດເຮັດໃຫ້ປວດຮາກໄດ້

ການສ່ຽງ:
o ມັນເປັນການງ່າຍທີ່ຈະຕິດມັນ.
o ສູບຢານີ້ແມ່ນແພງຫລາຍ (ເປືອງເງິນ)
o ໃນຢາສູບຈະມີສານເຄມີ ກວ່າ 4000 ຢ່າງ, ແລະ ສ່ວນໃຫຍ່ແລ້ວສານພວກນັ້ນແມ່ນເປັນໄພຕໍ່ສຸຂະພາບ
o ຄົນສູບຢາມັກຈະເປັນໄອ ແລະ ມີບັນຫາປອດຫລາຍກວ່າຫມູ່.
o ມີບັນຫາໄລຍະຍາວເຊັ່ນ ມະເຮງ ແລະ ພະຍາດຫົວໃຈ
o ເຮັດໃຫ້ຄວາມດັນເລືອດສູງ.
o ເຮັດໃຫ້ເສັ້ນເລືອດຕີບຕັນ: ຜິວຫນັງຫ່ຽວຍົ່ນໄວ
o ມັກຕາຍໄວ

ຄາຟີນ: ກາເຟ ແລະ ຊາ
ຮູບແບບຂອງມັນ: ກາເຟ ແລະ ຊາ!

ວິທີການໃຊ້: ເປັນເຄື່ອງດື່ມ!

ຜົນຂອງມັນ:
o ເຮັດໃຫ້ຮູ້ສຶກຕາແຈ້ງຂຶ້ນ ບໍ່ເຫງົານອນ
o ເຮັດວຽກໄດ້ດົນກວ່າ

ການສ່ຽງ:
o ຖ້າກິນເກີນເຫດ ອາດເຮັດໃຫ້ທຸລົນທຸລາຍ, ຫງຸດຫງິດ, ນອນບໍ່ຫລັບ, ກັງວົນ, ແລະບໍ່ຫິວເຂົ້າ

2. ຢາທີ່ເຮັດໃຫ້ເພີ້ຝັນ:

ຕົ້ນຊາ: ຊາໃບ, ຊາຜົງ:

ຮູບແບບຂອງມັນ: ເປັນແບບຜົງແຫ້ງ ຫລັງຈາກທີ່ກັ່ນມາແລ້ວ ຫລື ເປັນ ໃບຊາທີ່ຕາກແຫ້ງແລ້ວ ທີ່ມາຈາກຕົ້ນຊາ.

ວິທີໃຊ້ມັນ: ທັງສອງຢ່າງແມ່ນເອົາມາກໍ້ໃສ່ກັບຢາເສັ້ນ ແລະ ສູບກໍໄດ້ ຫລື ຈະສູບແຕ່ມັນລ້າໆກໍ່ໄດ້ບາງຄົນແມ່ນເອົາມາ ໃສ່ໃນອາຫານ. ຜົນກະທົບແມ່ນຍາວກວ່າ ແລະ ຍາກທີ່ຈະຄວບຄຸມໄດ້.

ຜົນຂອງມັນ:
o ຄົນສ່ວນໃຫຍ່ແມ່ນຈະຮູ້ສຶກແບບຜ່ອນຄາຍອາລົມ ແລະ ເວົ້າຫລາຍ
o ມັນເຣັດໃຫ້ປະສາດຕ່າງໆມີຄວາມຮູ້ສຶກໄວ ໂດຍສະເພາະທີ່ກ່ຽວກັບສີ, ລົດຊາດ ແລະ ເພງ
o ມັນເຮັດໃຫ້ຄິດຢາກ ອາຫານບາງແນວ
o ເວລາຫມົດລິດຈະເຮັດໃຫ້ຮູ້ສຶກເມື່ອຍ ແລະ ອ່ອນເພຽ

ການສ່ຽງ:
o ມີບັນຫາໃນຄວາມຈຳໄລຍະສັ້ນ ແລະ ເຮັດໃຫ້ການສັງລວມຈິດນັ້ນຍາກ
o ການປະສານງານຕ່າງໆຂອງຮ່າງກາຍກໍຈະບໍ່ເຕັມເມັດເຕັມຫນວ່ຍ ຖ້າວ່າຂັບລົດ ຈະເຮັດໃຫ້ມີອຸບັດຕິເຫດ
o ບາງຄົນຈະຮູ້ສຶກວ່າມີຄວາມກັງວົນຫລາຍ ຫລື ເຮັດໃຫ້ລະແວງ.
o ຫລັງຈາກຕິດແລ້ວເຮັດໃຫ້ເຊົາຍາກ ບໍ່ຢາກຢຸດໃຊ້ມັນ

3. ຢາລະງັບ:

ເຫລົ້າ: ເບຍ, ວິສກີ້, ເຫລົ້າຂາວ, ເຫລົ້າແວງ, ເຫລົ້າຊະນິດແຮງ:


ຮູບແບບຂອງມັນ: ເຄື່ອງດື່ມ!

ວິທີໃຊ້ມັນ: ເປັນເຄື່ອງດື່ມ!

ຜົນຂອງມັນ:
o ຫລາຍຄົນກໍມັກດື່ມເຫລົ້າ. ກິນຈຳນວນຫນ້ອຍມັນຈະຊ່ວຍໃຫ້ຮູສຶກຄາຍຄຽດ ແລະ ມີການສັງສັນ.
o ບາງຄົນໃຊ້ເຫລົ້າເປັນສິ່ງທີ່ຊ່ວຍໃຫ້ຫນີຈາກບັນຫາ
o ຜົນກະທົບຂອງມັນແມ່ນຂຶ້ນກັບຄວາມຮຸນແຮງຂອງເຫລົ້າ ແລະ ຄວາມໄວຂອງການດື່ມ
o ຜົນກະທົບກໍຂຶ້ນກັບວ່າທ້ອງວ່າງຫລືບໍ່, ນ້ຳຫນັກຕົວເທົ່າໃດ, ອາລົມໃນຄະນະທີ່ດື່ມ ແລະ ສິ່ງແວດລ້ອມອ້ອມຂ້າງ.
o ຄຳເວົ້າອາດຈະບໍ່ຊັດເຈນ, ການປະສານງານຂອງຮ່າງກາຍກໍບໍ່ຄົບຖ້ວນ, ອາລົມກໍຈະເພີ້ມຂຶ້ນ
o ຫລັງຈາກທີ່ຫມົດລິດເຫລົ້າແລ້ວ ກໍຈະເຈັບຫົວຫນັກໄດ້, ຮາກ, ແລະ ຮູ້ສຶກເມື່ອຍຫລອ່ຍ.

ການສ່ຽງ:
o ເຫລົ້າແມ່ນຢາລະງັບ. ມັນຈະເຮັດໃຫ້ຮູ້ສຶກລົງຕ່ຳ ( ໂສກເສົ້າເຫງົາຫງອຍ )
o ຜູ້ຍິງມັກຈະເມົາໄວກວ່າຜູ້ຊາຍເຖິງແມ້ວ່າຈະກິນຈຳນວນສ່ຳກັນ ແລະ ຜູ້ຍິງສ່ວນໃຫຍ່ມັກມີບັນຫາທີ່ກ່ຽວຂ້ອງກັບການດື່ມ ເຫລົ້າໄວກວ່າຜູ້ຊາຍ
o ຖ້າ ກິນເກີນຂອບເຂດ ອາດເຮັດໃຫ້ຫມົດສະຕິໄດ້ ຫລັງຈາກນັ້ນມັກຈະຮາກ ແລະ ຮາກໄຫລເຂົ້າໄປໃນປອດເຮັດໃຫ້ຕາຍ ໄດ້.
o ການກິນເກີນຂອບເຂດ ກໍເຮັ້ດໃຫ້ເກີດມີອາການເຫລົ້າເປັນພິດ ຊຶ່ງອາດເຖິງຕາຍໄດ້ຄືກັນ.
o ຖ້າໃຊ້ໃນໄລຍະຍາວ ຈະເຮັດໃຫ້ມີບັນຫາຕັບທີ່ຮ້າຍແຮງ, ບັນຫາພະຍາດຫົວໃຈ ແລະ ກະເພາະ.
o ການຕາຍທີ່ເຫັນເລື້ອຍໆມັກກ່ຽວຂ້ອງກັບການດື່ມເຫລົ້າ.
ການປະສົມເຫລົ້າກັບຢາອື່ນໆນັ້ນຍິ່ງເປັນອັນຕະລາຍຍິ່ງຂຶ້ນ.

ຢາລະງັບປະສາດ ແລະ ແກ້ຊັກ: ຢານອນຫລັບ, ວາລຽມ, ກາດີນານl, ເທມາຊີພາມ

ຮູບແບບຂອງມັນ: ເປັນຢາເມັດ ຫລື ແຄບຊູນ ບາງເທື່ອກໍເປັນນ້ຳ.

ວິທີໃຊ້ມັນ: ຄົນຈະໃຊ້ຢາພວກນີ້ເວລາເຂົາເຈົ້າມີອາການຊືມເສົ້າ, ກັງວົນ, ແລະ ນອນບໍ່ຫລັບ. ບາງຄົນຈະໃຊ້ມັນຜິດເພື່ອໃຫ້ ມີຜົນກົງກັນຂ້າມກັບຢາກະຕຸ້ນ ຫລື ບໍ່ດັ່ງນັ້ນກໍກິນຫລາຍແນວພ້ອມກັນ ເພື່ອແທນ ເຫລົ້າ ຫລື ຢາເຮໂລອິນ.

ຜົນຂອງມັນ:
o ຢາລະງັບປະສາດແມ່ນເຮັດໃຫ້ສະຫງົບລົງ ແລະ ເຮັດໃຫ້ລະບົບປະສາດຊ້າລົງ
o ມັນຊ່ວຍໃຫ້ຫລຸດຜ່ອນຄວາມຕຶງຄຽດ ແລະ ຄວາມກັງວົນ
o ຖ້າໃຊ້ປະລິມານສູງຈະເຮັດໃຫ້ເຫງົານອນ ແລະ ລືມຫນ້າລືມຫລັງ

ການສ່ຽງ:
o ຢາລະງັບປະສາດເຮັດໃຫ້ມີການໂຕ້ຕອບຊ້າລົງ ເຮັດໃຫ້ມີການສ່ຽງສູງທີ່ຈະມີ ເກີດອຸບັດຕິເຫດຫລາຍຂຶ້ນ.
o ມັນຈະປັນອັນຕະລາຍທີ່ສຸດຖ້າໃຊ້ປົນກັບເຫລົ້າ.
o ຈະຕິດ ຫລືມີຄວາມຕ້ອງການມັນໄດ້ ແລະ ຈະຕ້ອງການເພີ້ມປະລິມານສູງຂຶ້ນເລື້ອຍໆ.
o ບາງຄົນກໍເກີດມີອາການ ຕື່ນຕົກໃຈແຮງເວລາທີ່ພະຍາຍາມຢຸດໃຊ້ມັນ
o ຖ້າເອົາມາບົດແລ້ວສັກເຂົ້າໄປໃນເສັ້ນແມ່ນເປັນອັນຕະລາຍທີ່ສຸດ ອາດເຖິງຕາຍໄດ້.

4. ຢາລະລາຍ:

ແກສ, ກາວ ແລະ ແນວສີດ:

  ຮູບແບບຂອງມັນ: ອາດພົບໄດ້ໃນ:
-ກະປ໋ອງ ຫລື ຫລອດກາວ
- ທິນເນີ້ ສຳລັບລ້າງສີ
- ນ້ຳລຶບ
-ແນວສີດ ສະເປຜົມ, ສີດກັນຂີ້ເຕົ່າ ແລະແນວສີດໃຫ້ຫ້ອງຫອມ
- ນ້ຳມັນແອດຊັງ
-ຂວດນ້ຳມັນເຊື້ອເພີງຕ່າງໆ.

ວິທີໃຊ້ມັນ: ສືບເຂົ້າ ຫລື ຫາຍໃຈເຂົ້າປອດ.

ຜົນຂອງມັນ:
o ຮູ້ສຶກວ່າຫນັກຫົວ, ວິນ, ຫົວສະອິກສະອ້ອຍ ແລະ ຝັນຫວານ
o ບາງເທື່ອກໍຈະຝັນເພີ້ (ເຫັນ ຫລືໄດ້ຍິນສິ່ງທີ່ບໍ່ມີຢູ່ຫັ້ນ)
o ຜົນຂອງມັນຈະຫາຍໄປຫລັງຈາກ 15- 45 ນາທີ
o ຫລັງຈາກນັ້ນຈະຮູ້ສຶກເຫງົານອນ ແລະ ອາດເຈັບຫົວກໍໄດ້

ການສ່ຽງ:
o ການໃຊ້ແກສ, ກາວ ຫລື ແນວສີດ ອາດເຮັດໃຫ້ຕາຍບາດດຽວໄດ້ເລີຍ - ແມ້ແຕ່ເທື່ອທຳອິດທີ່ໃຊ້.
o ໂດຍການທີ່ສີດສານແນວໃດແນວນຶ່ງເຂົ້າໄປໃນປອດ ຈະເຮັດໃຫ້ປອດຜະຫລິດນ້ຳເມືອກຊະນິດນຶ່ງອອກມາຊຶ່ງເຮັດໃຫ້ ຕາຍໄດ້.
o ອາດຈະຮາກ, ຫນ້າມືດເປັນລົມ ແລະ ຮູ້ສຶກແບບປ່ວຍຫນັກ
o ອາດເກີດອຸບັດຕິເຫດ ເພາະປະສາດຕ່າງໆຖືກກະທົບ
o ມີການສ່ຽງໃນການຂາດອາກາດຖ້າໃຊ້ຖົງຢາງປລາສຕິກເພື່ອສູບເອົາ
o ຖ້າໃຊ້ຢາລະລາຍໃນໄລຍະຍາວ ຈະມີການທຳລາຍສະຫມອງ, ຕັບ ແລະ ຫມາກໄຂ່ຫລັງ

5. ຢາມືນເມົາ ຫລື ເສບຕິດ.

ຝິ່ນ, ເຮໂລອິນ:

ຮູບແບບຂອງມັນ: ຝິ່ນແມ່ນເປັນກ້ອນຫນຽວ ແລະ ເຮໂລອິນຈະເປັນຜົງສີຂາວຖ້າບໍລິສຸດເຮໂລອິນທີ່ມີຂາຍຕາມຫົນທາງ ຈະເປັນສີຂາວນ້ຳຕານ.

ວິທີໃຊ້ມັນ: ຝິ່ນແມ່ນສູບມັນ. ເຮໂລອິນ ແມ່ນສູດເຂົ້າທາງດັງກໍໄດ້ ຫລື ສູບມັນ ຫລື ສັກມັນກໍໄດ້.

ຜົນຂອງມັນ:
o ເວລາສູບຝິ່ນມັນຈະຂຶ້ນໄປຫາສະຫມອງໄວທີ່ສຸດ ຫລັງຈາກນັ້ນຈະເຮັດໃຫ້ຫລັບຈົມໆ ຫລາຍຊົ່ວໂມງໃນກໍລະນີນີ້ແມ່ນການ ຫລັບທີ່ເອີ້ນວ່າ " ຄວາມສຸກອັນປະເສີດ ".
o ເຮໂລອິນ ແມ່ນແຮງກວ່າຝິ່ນສິບເທົ່າໃນປະລິມານຫນ້ອຍໆ ຈະເຮັດໃຫ້ຮູ້ສຶກດີ ແລະ ອົບອຸ່ນ
o ຖ້າປະລິມານສູງຂຶ້ນຈະເຮັດໃຫ້ຮູ້ສຶກເຫງົານອນ/ງ່ວງ ແລະຫລັງຈາກນັ້ນຄາຍຄວາມຄຽດ
o ຖ້າປະລິມານເກີນຂອບເຂດກໍຈະເຮັດໃຫ້ຫມົດສະຕິ ເຂົ້າໂຄມາ ຫລືຕາຍໄດ້
o ເວລາໃຊ້ເທື່ອທຳອິດຈະເຮັດໃຫ້ວິນ ແລະປວດຮາກ

ການສ່ຽງ:
o ເຮໂລອິນ ແມ່ນຕິດໄດ້ງ່າຍ. ບາງເທື່ອການລໍຖ້າ " ເທື່ອຫນ້າທີ່ຈະໃຊ້ມັນ " ແມ່ນຈະຄອບງຳຊີວິດໄດ້.
o ຮ່າງກາຍຈະເລີ້ມຊິນກັບມັນ ແລະຈະຕ້ອງການປະລິມານເພີ້ມຂຶ້ນເລື້ອຍໆ ເພື່ອໃຫ້ໄດ້ຜົນຄືເກົ່າ.
o ສະນັ້ນຄົນທີ່ໃຊ້ ເຮໂລອິນ ສ່ວນໃຫຍ່ແລ້ວມັກຈະໃຊ້ການສັກເພື່ອໃຫ້ໄດ້ຜົນໄວ.
o ການທີ່ໃຊ້ເຂັມສັກຢາ ຫລື ຫລອດສັກຢາຮ່ວມກັນນັ້ນ ຈະເຮັ້ດໃຫ້ມີໂອກາດຕິດເຊື້ອ HIV/AIDS ໄດ້ງ່າຍ
o ການທີ່ຈະເຊົາ ຫລືອອກຢາ ເຮໂລອິນ ນີ້ເປັນສິ່ງທີ່ຍາກທີ່ສຸດ ແລະຈະເປັນປະສົບການທີ່ສະຫຍອງຂັວນ
o ຫລາຍຄົນກໍອອກໄດ້ ແຕ່ຈະເວລາເປັນປີກວ່າຈະເປັນອິດສະລະຈາກມັນໄດ້


ຂໍ້ມູນ - 2006-08-24
   
    ສະໜັບສະໜູນໂດຍ: ບັນດາເພື່ອນຮ່ວມງານ ໃນຂະແໜງນ້ຳ ແລະ ສຸຂະອະນາໄມ.
© 2006-2007 ສະຫງວນລິຂະສິດໂດຍ: ສ.ອ.ນ, ສປປລາວ.
ອອກແບບ, ພັດທະນາ ແລະ ບຳລຸງຮັກສາໂດຍ: Cyberia - ວຽງຈັນ, ສປປລາວ.